3 ສະໝຸນໄພພື້ນບ້ານ ຊ່ວຍແກ້ເກັດເລືອດຕໍ່າ

 ໃຜທີ່ຮູ້ຕົວເອງວ່າເປັນເກັດ ເລືອດຕໍ່າລອງກິນສູດນີ້ເບິ່ງ 3 ມື້ ເຫັນຜົນພຽງແຕ່ມີໝາກນັດ ແລະ ໃບບົວລະພາ, ໃບບົວລະພາມີສັບ ພະຄຸນຊ່ວຍຍ່ອຍອາຫານ, ແກ້ ທ້ອງອືດ, ຂັບລົມໃນລຳໄສ້, ແກ້ ປວດປະຈຳເດືອນເປັນຢາອາຍຸວັດທະນະນຳມາຟອກແກ້ອາການ ອັກເສບສ່ວນໝາກນັດມີລົດຊາດ ສົ້ມຫວານຊ່ວຍຂັບປັດສະວະ, ຂັບໜິ້ວ ແລະແກ້ອາການໄອ.

ວິທີນໍາໃຊ້:ກຽມໝາກນັດ 1 ໜ່ວຍໃບບົວລະພາ 1 ກໍາມື ແລະ ນໍ້າສະອາດ 1 ລິດ, ນໍາໝາກນັດ ມາຕັດເປັນຕ່ອນນ້ອຍໆລວມທັງ ແກນມາປະສົມກັບໃບບົວລະພາ ແລະນໍ້າປັ່ນໃຫ້ເຂົ້າກັນດີແລ້ວຕອງ ເອົາແຕ່ນໍ້າດື່ມສົດໆເລີຍເພາະຈະ ໄດ້ສັບພະຄຸນທັນທີໃນການເຮັດໃຫ້ ເມັດເລືອດໄປລ້ຽງສະໝອງສ່ວນໜ້າໃຫ້ດີຂຶ້ນ, ເພີ່ມເມັດເລືອດແດງ (ຫາກຕ້ອງການຢາກເພີ່ມເມັດເລືອດຂາວກໍຕ້ອງໃຊ້ແກນໝາກນັດເຂົ້າໄປພ້ອມ), ນອກນັ້ນຍັງ ຊ່ວຍຫຼຸດຄວາມດັນເລືອດສູງ, ຫຼຸດ ລົມໃນລຳໄສ້, ແກ້ບໍ່ໃຫ້ເລືອດຂຸ້ນ ຫຼື ໜຽວເກີນໄປ, ຫຼຸດອະນຸມູນອິດ ສະຫຼະ ແລະຊ່ວຍບຳລຸງຫົວໃຈ.

------

ຮຽບຮຽງໂດຍ: ຟ້າ