ເມືອງນາກາຍວາງຄາດໝາຍ 5 ປີຕໍ່ໜ້າ 56 ໂຄງການ ບູລິມະສິດຍູ້ເສດຖະກິດ

  ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງນາກາຍ ແຂວງຄໍາມ່ວນ ໄດ້ດໍາເນີນໄຂຂຶ້ນໃນລະຫວ່າງວັນທີ 16-17 ມີນາ 2020 ໂດຍການເປັນປະທານຂອງສະຫາຍ ສົມພົງ ວັນໄພທອງ ເລຂາພັກເມືອງ ເຈົ້າເມືອງນາກາຍ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພົມມາ ພັນທະລັງສີ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງມີບັນດາສະຫາຍໃນຄະນະຊຸກຍູ້ກອງປະຊຸມໃຫຍ່ຂັ້ນແຂວງຄະນະເລຂາພັກເມືອງອ້ອມຂ້າງພະນັກງານອາວຸໂສບຳນານຕະຫຼອດເຖິງສະມາຊິກພັກຈຳ ນວນ 134 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.272 ສະຫາຍ ໃນທົ່ວເມືອງ.

   ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງພ້ອມຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີຜ່ານມາ ແລະວາງທິດທາງແຜນ ການ 5 ປີ 2020-2024 ໃນຕໍ່ໜ້າຊຶ່ງໃນໄລຍະ 5 ປີຜ່ານມາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 6,17% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 248 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນເທົ່າກັບ 1.173 ໂດລາສະຫະລັດ ທຽບໃສ່ແຜນການ 5 ປີ ລື່ນຄາດໝາຍ 7,3%,ວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກສ້າງບ້ານພັດທະນາໄດ້ 22 ບ້ານເທົ່າກັບ 70,96%ຂອງຈໍານວນບ້ານທັງໝົດ,ສ້າງຄອບຄົວພັດທະນາໄດ້5.079 ຄອບຄົວກວມເອົາ 86%, ມີກອງທຶນພັດທະນາບ້ານ 8 ກອງທຶນລວມມີທຶນທັງໝົດ 3,7 ຕື້ກີບປະຈຸບັນຄອບຄົວທຸກຍາກຍັງເຫຼືອ 275 ຄອບຄົວ ເທົ່າກັບ 5% ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 95,43%.

   ສໍາລັບຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າສືບຕໍ່ສ້າງເມືອງນາກາຍໃຫ້ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນຕິດພັນກັບການຫັນລົງກໍ່ສ້າງຮາກຖານການ ເມືອງ ແລະພັດທະນາຊົນນະບົດຮອບດ້ານ, ຊຸກຍູ້ບັນດາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ, ພັດທະນາດ້ານກະສິກຳ-ຫັດຖະກຳຫັນເປັນອຸດສາຫະກຳປຸງແຕ່ງ ທີ່ທັນສະໄໝ, ຜະລິດສະບຽງອາຫານໃຫ້ພຽງພໍສາມາດຄໍ້າປະກັນຕາມແຜນທີ່ຂັ້ນເທິງມອບໝາຍ ແລະຜະລິດສົ່ງອອກເປັນສິນຄ້າ, ສ້າງເງື່ອນໄຂອຳນວຍໃຫ້ເສດຖະ ກິດມີການຂະຫຍາຍຕົວໃນລະດັບ 6,45% ຕໍ່ປີຕາມ 6 ແຜນງານ, 56 ໂຄງການບູລິມະສິດ ແລະ 93 ໂຄງການຍ່ອຍ, ຮອດປີ 2024 ລາຍຮັບລວມປະຕິບັດໃຫ້ບັນລຸ 375 ຕື້ກີບ, ສະເລ່ຍ 1.405 ໂດລາສະຫະລັດ ຫຼືເທົ່າກັບ 12 ລ້ານກວ່າກີບຕໍ່ຄົນຕໍ່ປີແລະບັນດາວຽກງານອື່ນໆກໍ່ສູ້ຊົນຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ສະໜັບສະໜູນໂດຍ: HONDA

  ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງນາກາຍໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຈໍານວນ 23 ສະຫາຍ, ໃນນັ້ນແມ່ນໄດ້ເຫັນ ດີເປັນເອກະພາບເລືອກ ເອົາສະຫາຍນາງ ບົວກາ ແກ້ວມະນີ ເປັນເລຂາ, ສະຫາຍ ບຸນມີ ທານຸວົງ ແລະ ສະຫາຍ ຄຳໝັ້ນ ອິນທະວົງ ເປັນຮອງເລຂາເລືອກເອົາສະ ຫາຍ ຄຳໝັ້ນ ອິນທະວົງ ເປັນປະທານກວດກາ, ສະຫາຍ ບົວແຊງ ແກ່ນສະນີ ແລະສະຫາຍ ໜູຮັກ ພົມມະລິນ ເປັນຮອງປະທານກວດກາພັກເມືອງຊຸດໃໝ່.