ວັນທີ 21 ມີນາທີ່ຜ່ານມາ ລັດຖະບານ ສສ ຫວຽດນາມປະກາດຫ້າມຊາວຕ່າງປະເທດທັງໝົດເດີນທາງເຂົ້າປະເທດຊົ່ວຄາວຍົກເວັ້ນຜູ້ມີຈຸດປະສົງທາງການທູດ ຫຼື ກໍລະນີພິເສດອື່ນໆທີ່ໄດ້ຮັບອະນຸຍາດຕັ້ງແຕ່ວັນທີ 22 ມີນາເປັນຕົ້ນໄປເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19.

 ຕາມຂ່າວສານຫວຽດນາມລາຍງານວ່າກະຊວງການຕ່າງປະເທດໄດ້ແຈ້ງຂໍ້ຕົກລົງນີ້ໄປຍັງບັນດາອົງການທຸຕານຸທູດ, ກົງສູນ ແລະອົງການຕາງໜ້າຂອງບັນດາອົງການຈັດຕັ້ງສາກົນປະຈຳຫວຽດນາມ ແລະບັນດາອົງການທຸຕານຸທູດຂອງຫວຽດນາມຢູ່ຕ່າງປະເທດເພື່ອແນໃສ່ຮັບປະກັນໃຫ້ພົນລະເມືອງຂອງປະເທດຕ່າງໆປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມຢ່າງເຂັ້ມງວດ,ວັນທີ 21 ມີນາ 2020, ກະຊວງການຕ່າງປະເທດໄດ້ປະກາດວ່າໃນສະພາບ ການໂລກລະບາດ Covid–19 ສືບຕໍ່ມີການຜັນແປຢ່າງສັບສົນໃນທົ່ວໂລກ,ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ສະກັດກັ້ນ ແລະຄວບຄຸມການແຜ່ລາມຂອງໂລກລະບາດຢ່າງມີປະສິດທິຜົນ,ລັດຖະບານຫວຽດນາມໄດ້ຕົກລົງຢຸດຕິດຊົ່ວຄາວການເຂົ້າເມືອງຫວຽດນາມສຳລັບຊາວຕ່າງປະເທດທັງໝົດ, ຍົກເວັ້ນກໍລະນີເຂົ້າເມືອງດ້ວຍຈຸດປະສົງທາງການທູດ, ທາງລັດຖະການ ແລະບັນດາກໍລະນີພິເສດ, ຢຸດຕິຊົ່ວຄາວຜົນສັກສິດຂອງການຍົກເວັ້ນວີຊ່າທີ່ອອກໃຫ້ຊາວຫວຽດນາມ ແລະຍາດຕິພີ່ນ້ອງ.

  ບັນດາມາດຕະການດັ່ງກ່າວໄດ້ນຳໃຊ້ເລີ່ມແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 22 ມີນາປີ 2020 ຜູ້ເຂົ້າເມືອງຫວຽດນາມຕ້ອງປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນການກວດສຸຂະພາບ ແລະປະຕິບັດການແຍກຕົວຢູ່ບ່ອນທີ່ກຳນົດໄວ້, ຍົກເວັ້ນກໍລະນີເຂົ້າເມືອງດ້ວຍຈຸດປະສົງທາງການທູດ, ທາງລັດຖະການ ແລະບັນດາກໍລະນີພິເສດທີ່ໄດ້ປະຕິບັດການແຍກຕົວຢ່າງເໝາະສົມຢູ່ຮາກຖານພັກເຊົາຕາມຂໍ້ກຳນົດ.

_____________

ໜັງສືພິມເສດຖະກິດ-ສັງຄົມ