ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຮຸນແຮງຍອດຜູ້ເສຍຊີວິດວັນດຽວເພີ່ມຂຶ້ນ 651 ຄົນ ສົ່ງຜົນເຮັດໃຫ້ຍອດຜູ້ເສຍຊີວິດຈາກພະຍາດໂຄວິດ-19 ທົ່ວໂລກມີຈຳນວນຫຼາຍກວ່າ 13.000 ຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າການແຜ່ລະບາດຂອງໄວຣັດສາຍພັນໃໝ່ໃນອີຕາລີຍັງຮຸນແຮງ ໂດຍໃນວັນທີ 22 ມີນາ ທີ່ຜ່ານມາຍອດຜູ້ເສຍຊີວິດໃນອີຕາລີເພີ່ມ ຂຶ້ນໃນວັນດຽວ 651 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດໃນປະເທດນີ້ໂດຍລວມຢູ່ທີ່5.476 ຄົນ ຖືເປັນການເພີ່ມຂຶ້ນ 13,5% ແຕ່ກໍຍັງເສຍຊີວິດໜ້ອຍກວ່າວັນທີ 21 ມີນາ ທີ່ມີຜູ້ເສຍຊີວິດສູງເຖິງ 793 ຄົນ, ສ່ວນຕົວເລກຍອດເສຍຊີວິດຈາກພະຍາດໂຄວິດ-19 ທົ່ວໂລກມີຈຳນວນຫຼາຍກວ່າ 13.000 ຄົນ ສ່ວນຈຳນວນຜູ້ຕິດເຊື້ອທົ່ວໂລກມີຈຳນວນ 304.500 ຄົນ ໃນຈຳນວນນີ້ມີ 92.000 ຄົນທີ່ປິ່ນປົວດີ.

  ດ້ານມະຫາວິທະຍາໄລຈອນຮອບກິນອາເມລິກາລະບຸວ່າໃນໄລຍະ 24 ຊົ່ວໂມງທີ່ຜ່ານມາມີຜູ້ເສຍຊີວິດຈາກພະຍາດໂຄວິດ-19ໃນອາເມລິກາຈຳນວນຫຼາຍກວ່າ 100 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດໃນອາເມລິກາໃນຂະນະນີ້ເກີນ 400 ຄົນ ຂະນະທີ່ຍອດຜູ້ຕິດເຊື້ອໂຄວິດ-19 ຢູ່ທີ່ 33.000 ຄົນ.