ສາເຫດເຮັດໃຫ້ທ່ານເກີດລູກຍາກ

   ແມ່ສ່ວນໃຫຍ່ເມື່ອໃກ້ຮອດ ກຳນົດເວລາເກີດລູກຄົນຖືພາສ່ວນ ຫຼາຍມັກເກີດຄວາມວິຕົກກັງວົນຫຼາຍທີ່ສຸດກໍ່ຄືເລື່ອງຂອງການເກີດ ຍາກນັ້ນເອງ ຊຶ່ງສາເຫດທີ່ເຮັດໃຫ້ ເກີດລູກຍາກນັ້ນແມ່ນອີງໃສ່ຫຼາຍ ປັດໄຈມື້ນີ້ເຮົາມີຂໍ້ມູນກ່ຽວກັບ ເລື່ອງນີ້ມາຝາກ.

  1. ລູກໃນທ້ອງຕົວໃຫຍ່ເກີນ ໄປ.
  2. ສະໂພກແມ່ແຄບ ຫຼື ນ້ອຍ ເກີນໄປ.
  3. ສາຍແຮ່ພັນຕົວລູກ ຫຼື ພັນ ຄໍລູກ.
  4. ມົດລູກບໍ່ທຳງານຕາມປົກ ກະຕິ.
  5. ແຮ່ຄ້າງຢູ່ໃນ.

   ການເກີດລູກຍາກຈະເຮັດໃຫ້ແມ່ອ່ອນແຮງເນື່ອງຈາກຕ້ອງລໍຖ້າເກີດດົນເມື່ອເວລາເບັ່ງບໍ່ມີແຮງ ເບັ່ງ, ດັ່ງນັ້ນໃນໄລຍະທີ່ແມ່ຍິງຖືພາຄວນເບິ່ງແຍງຕົວເອງໃຫ້ດີດ້ວຍການອອກກຳລັງກາຍຢ່າງສະໝໍ່າສະເໝີເພື່ອໃຫ້ຮ່າງກາຍແຂງແຮງບໍ່ເມື່ອຍງ່າຍເກີນໄປເມື່ອເຖິງເວລາເກີດລູກ ແລະ ບໍ່ຄວນໃຫ້ ນໍ້າໜັກຂຶ້ນຫຼາຍຈົນເກີນໄປຂະນະທີ່ຖືພາເພາະຖ້າຫາກວ່າຕຸ້ຍຫຼາຍຈົນເກີນໄປກໍ່ເປັນອຸປະສັກຕໍ່ການ ເກີດລູກເຊັ່ນດຽວກັນ.