ແທຍອນ ເຜີຍຄວາມໃນໃຈຫຼັງເສຍພໍ່ໄປ

  ຫຼັງຈາກທີ່ທາງຕົ້ນສັງກັດຢ່າງ “SM Entertainmant” ເອສເອັມເອນເຕີເທນເມນ ໂດ້ອອກມາຖະແຫຼ່ງການຢືນຢັນວ່ານັກຮ້ອງສາວຊື່ດັງຢ່າງແທຍອນສະມາຊິກວົງ “Girls Generation”ໄດ້ສູນເສຍພໍ່ຜູ້ເປັນທີຮັກໄປເມື່ອ ວັນທີ 9 ມີນາ ທີ່ຜ່ານມາ ຊຶ່ງເປັນວັນດຽວຂອງວັນເກີດໂຕເອງຄົບ  ຮອບ 31 ປີ ແຖມຍັງເປັນວັນທີ່ ມີກໍານົດວາງຈໍາໜ່າຍຊິງເກິດໃໝ່ “HAPPY” ເພື່ອເປັນການສະຫຼອງວັນເກີດໃຫ້ກັບແທຍອນນໍາ ອີກ ຊຶ່ງງານນີ້ກໍາເຮັດເອົາແຟນໆ ທົ່ວທຸກມຸນໂລກເປັນຫວ່ງເປັນໄຍ ແລະສົ່ງກໍາລັງໃຈໃຫ້ກັບນັກຮ້ອງ ສາວກັນຈໍານວນຫຼາຍ.

ເມື່ອບໍ່ດົນ ແທຍອນ ກໍໄດ້ອອກມາເຜີຍຄວາມໃນໃຈຫຼັງທີ່ສູນເສຍ ພໍ່ ໂດຍແທຍອນໄດ້ໂພຼດຮູບຄອບຄົວທີ່ມີ 3 ຄົນ ພໍ່-ແມ່ລູກລົງໃນອິນຕຣາແກນສ່ວນໂຕພ້ອມກັບຂອບໃຈຈາກແຟນໆວ່າຂ້ອຍຍາກຈະສົ່ງຄໍາຂອບໃຈຢ່າງສຸດຊຶ້ງໃຫ້ກັບທຸກໆຄົນທັງທີ່ມາສະຫຼອງວັນເກີດໃຫ້ຂ້ອຍ ແລະໃຫ້ກໍາລັງໃຈຂ້ອຍໃນວັນທີ 9 ມີນາ 2020 ມີຜູ້ທີ່ຫຼາກຫຼາຍເຂົ້າໃຈໄດ້ມອບ ຄວາມອົບອຸ່ນ ແລະຄວາມເປັນ ມິດໃຫ້ກັບຂ້ອຍໂຕຂ້ອຍຈະໂອບ ກອດຄວາມຮັກ ແລະຄວາມຫວ່ງ ທັງໝົດຂອງພວກເຈົ້າເອົາໄວ້ ແລະ ໃຊ້ຊີວິດຕໍ່ໄປ.

ຂ້ອຍຄິດວ່າວັນທີ 9 ວັນຄອບຄົວຂອງຂ້ອຍ ແລະຂ້ອຍບໍ່ມີວັນລືມພໍ່ຂອງຂ້ອຍຢູ່ຕັ້ງແຕ່ແລກທີ່ຂ້ອຍເລີ່ມຕົ້ນຮ້ອງເພງຕັ້ງແຕ່ນ້ອຍໆ ພໍ່ມັກຈະກຽມພ້ອມກ່ອນຂ້ອຍ ແລະລົດເພື່ອມຸ້ງໜ້າມາຫາລູກສາວພໍ່ ກ່ອນ ແລະຕອນນີ້ຂ້ອຍໝັ້ນໃຈວ່າ ພໍ່ທີ່ຢູ່ບ່ອນໃດບ່ອນໜຶ່ງນັ້້ນຈະມຸ້ງ ໜ້າມາຫາພວກເຮົາກ່ອນເຊັ່ນກັນຊຶ່ງຂ້ອຍເຊື່ອວ່າພໍ່ຈະເຝົ້າເບິ່ງພວກເຮົາຈາກບ່ອນໃດບ່ອນໜຶ່ງຢູ່.

------

ຮຽບຮຽງໂດຍ: ຟ້າ