6 ອຸ່ນຊໍ້າແລ້ວຊໍ້າອີກຈະເຮັດໃຫ້ອາຫານເປັນພິດໄດ້

   ການຈະກິນອາຫານໃຫ້ປອດໄພຈະຕ້ອງເຮັດໃຫ້ສຸກສະອາດຫຼີກລ່ຽງການປົນເປື້ອນແຕ່ສິ່ງສຳຄັນທີ່ສຸດແມ່ນການປຸງແຕ່ງອາຫານໃຫ້ສຸກກ່ອນກິນແຕ່ການໃຫ້ຄວາມຮ້ອນແກ່ອາຫານຫຼາຍກວ່າ 1 ຄັ້ງ ຫຼືອຸ່ນຊໍ້າແລ້ວຊໍ້າອີກຈະເຮັດໃຫ້ອາຫານເປັນພິດໄດ້ໂດຍສະເພາະອາຫານດັ່ງຕໍ່ໄປນີ້:

   - ຜັກເຊີນາລີ ຈະເຮັດໃຫ້ສານໄນເຕຣດທີ່ຢູ່ໃນຊານາລີກາຍເປັນຜິດເມື່ອຖືກຄວາມຮ້ອນຊໍ້າ.

   - ໄຂ່ຕົ້ມ ຈະເຮັດໃຫ້ໂປຣຕິນໃນໄຂ່ປ່ຽນສະພາບອາດເຮັດໃຫ້ຜູ້ກິນບໍ່ສະບາຍໄດ້.

   - ຜັກຫຸມ ເປັນຄືກັນກັບຜັກຊານາລີເມື່ອຖືຄວາມຮ້ອນຊໍ້າໆສານໄນເຕຣດຈະການເປັນຜິດ ແລະທັງຍັງມີຄຸນສົມບັດເປັນສານກໍ່ມະເຮັງໄດ້ອີກດ້ວຍ.

   - ມັນຝຣັ່ງ ເມື່ອນຳໄປອຸ່ນຊໍ້າຈະເຮັດໃຫ້ການຈະເລີນເຕີບໂຕຂອງເຊື້ອໂບທູລິນຳຫາກໄດ້ຮັບຄວາມຊໍ້າຈະເກີດເປັນພິດໄດ້.

   - ຊີ້ນໄກ່ ເມື່ອນຳໄປອຸ່ນຈະເຮັດໃຫ້ໂປຣຕິນຂອງເນື້ອໄກ່ທີ່ສັບຊ້ອນປ່ຽນສະພາບເຮັດໃຫ້ບາງຄົນກິນເຂົ້າໄປເກີດບັນຫາທາງເດີນອາຫານ.

   - ເຂົ້າຈ້າວຫຸງ ສຳລັບເຂົ້ານັ້ນການອຸ່ນເຂົ້າບໍ່ໄດ້ເກີດອາຫານເປັນພິດໂດຍກົງແຕ່ມັນຂຶ້ນຢູ່ກັບການເກັບເຂົ້າວ່າສະອາດປອດໄພ ຫຼືບໍ່ຫາກເຂົ້າມີສະປໍຂອງແບັດທີເຣຍ      ເມື່ອຫຸງສຸກແລ້ວເຊື້ອກໍ່ຍັງບໍ່ຕາ ລະສາມາດຈະເລີນເຕີບໂຕໄດ້ຖ້າຖືກປະໄວ້.

    ____________ 

  ຂຽນໂດຍຟ້າ

  ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ