ອາຊຽນໃຫ້ຄຳໝັ້ນສັນຍາລົງນາມການຄ້າໃນປີນີ້

  ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEP ຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23–27 ມີນາຢູ່ຈາກາຕາ, ປະເທດອິນໂດເນເຊຍ ກໍຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍ.

  ຕາມຂ່າວສານຫວຽດນາມລາຍງານໃນວັນທີ 20 ມີນາ, ສື່ມວນຊົນໄທໃຫ້ຮູ້ວ່າ: ບັນດາຄູ່ຮ່ວມມືເຈລະຈາຂອງອາຊຽນຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະລົງນາມໃນສັນ ຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ຕາມແຜນການ, ໂດຍຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍເພື່ອຫຼີກເວັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຊຶ່ງເຮັດໃຫ້ກອງປະຊຸມໂດຍກົງຂອງອາຊຽນອົງການການຄ້າໂລກ (WTO), ອົງການຮ່ວມມືເສດຖະກິດອາຊີ-ປາຊິຟິກ (APEC) ແລະ RCEP ຊຶ່ງຄາດຄະເນວ່າຈະໄດ້ຈັດຕັ້ງໃນຕົ້ນປີນີ້ຕ້ອງໂຈະຊົ່ວຄາວເກືອບທັງໝົດ.

  ຕາມທ່ານ ນາງ Auramon Supthaweethum ຫົວໜ້າກົມເຈລະຈາດ້ານການຄ້າຂຶ້ນກັບກະຊວງການຄ້າໄທແລ້ວ, ອົງການນີ້ໄດ້ດັດປັບແຜນການເຈລະຈາດ້ານການຄ້າໃນໄລຍະເກີດໂລກລະບາດຜ່ານບັນດາກອງປະຊຸມທາງອອນລາຍເພື່ອເຈລະຈາກັບບັນດາຄູ່ຮ່ວມມືກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEP ຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23–27 ມີນາ ຢູ່ຈາກາຕາ, ປະເທດອິນໂດເນເຊຍກໍຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍ.