ໄທເສຍຊີວິດ 4 ຄົນຈາກເຊື້ອໂຄວິດ-19

  ສາທາໄທອອກຖະແຫຼງການວ່າພົບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 106 ຄົນ ລວມເປັນ 827 ຄົນ ເສຍຊີວິດແລ້ວ 4 ຄົນ.

  ຕາມສຳນັກຂ່າວໄທລາຍງານວ່າຜູ້ທີ່ເສຍຊີວິດ 3 ຄົນ ເປັນຊາຍໄທອາຍຸ 70 ປີ ເປັນຄົນເຈັບທີ່ເປັນພະຍາດວັນນະໂລກເສຍຊີວິດໃນວັນທີ 23 ມີນາທີ່ຜ່ານມາອີກຄົນໜຶ່ງອາຍຸ 79 ປີກ່ຽວຂ້ອງກັບສະໜາມມວຍອາການໜັກນັບຕັ້ງແຕ່ເຂົ້າຮັບການປິ່ນປົວໃນວັນທີ 16 ມີນາ ມີພະຍາດປະຈຳຕົວ ແລະທັງ 2 ຄົນ ປິ່ນປົວຢູ່ໂຮງໝໍບໍາຣາດນະຣາດູຄົນສຸດທ້າຍເປັນຜູ້ຊາຍຄົນໄທອາຍຸ 45 ປີ ມີພະຍາດເບົາຫວານ ແລະພະຍາດຕຸ້ຍມາຈາກໂຮງໝໍເອກະຊົນໃນນະຄອນຫຼວງບາງກອກ.

ສະໜັບສະໜູນໂດຍ: HONDA

 ສ່ວນຜູ້ຕິດເຊື້ອລາຍໃໝ່ໃນວັນນີ້ມີເພີ່ມຂຶ້ນ 106 ຄົນ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມໃນໄທເພີ່ມເປັນ 827 ຄົນ ກັບເຮືອນໄດ້ແລ້ວ 57 ຄົນ ຍັງປິ່ນປົວຢູ່ໂຮງໝໍ 766 ຄົນ ແລະມີອາການໜັກ 4 ຄົນ.