ຫວຽດນາມມີຜູ້ຕິດເຊື້ອໂຄວິດ 116 ຄົນ

  ຕອນເຊົ້າວັນທີ 23 ມີນາ ທີ່ຜ່ານມາ ສສ ຫວຽດນາມ ໄດ້ປະກາດມີ 3 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ.

  ຕາມຂ່າວຕ່າງປະເທດລາຍງານວ່າ 2 ກໍລະນີດັ່ງກ່າວແມ່ນຊາວຫວຽດນາມດຳລົງຊີວິດ, ຮໍ່າຮຽນຢູ່ໂຮນລັງ, ເຊັກກັບເມືອປະເທດ ແລະທ່ານໝໍຄົນໜຶ່ງຢູ່ພະແນກສຸກເສີນ, ໂຮງໝໍພະຍາດເຂດຮ້ອນສູນກາງສາຂາດົງແອັງ, ຮ່າໂນ່ຍ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມຂຶ້ນເປັນ 116 ກໍລະນີ, ໄລ່ມາຮອດເວລາ 15 ໂມງ ຂອງວັນ ທີ 23 ມີນາ, ໄດ້ມີຜູ້ຕິດເຊື້ອໄວຣັດໂຄວິດ-19 ຕື່ມອີກ 5 ຄົນ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອພະຍາດໂຄວິດ–19 ຢູ່ຫວຽດນາມຂຶ້ນເປັນ 121 ຄົນ, ໃນເຫດ ການທີ່ກ່ຽວຂ້ອງ, ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19, ກະຊວງສຶກສາ ແລະບຳລຸງສ້າງຫວຽດນາມໄດ້ມີໜັງສືສະເໜີບັນດາມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລຖ້າຫາກວ່າຍັງບໍ່ທັນໃຫ້ນັກສຶກສາໄປຮຽນໃນໄລຍະນີ້, ຈະໃຫ້ທ້ອງຖິ່ນຕ່າງໆ ນຳໃຊ້ຫໍພັກເປັນເຂດແຍກຕົວລວມໝູ່ສຳລັບບັນດາຜູ້ກັບເມືອຈາກເຂດເກີດໂລກລະບາດ.

ກະຊວງສາທາລະນະສຸກຫວຽດນາມກໍ່ໄດ້ປະກາດບັນຊີລາຍຊື່ 22 ຫ້ອງວິໄຈ ຊຶ່ງກະຊວງສາທາລະນະສຸກອະນຸຍາດໃຫ້ວິໄຈກໍລະນີຕິດຕິດເຊື້ອໂຄວິດ-19.