ສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງອຸດົມໄຊຄັ້ງທີ 9

  ວັນທີ 19 ມີນານີ້ ຜູ້ແທນ ແມ່ຍິງແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ 9 ຂອງຜູ້ແທນແມ່ ຍິງແຂວງອຸດົມໄຊ ພາຍຫຼັງທີ່ໄດ້ ດຳເນີນມາເປັນເວລາ 1 ວັນເຄີງ ກໍໄດ້ສໍາເລັດລົງຢ່າງເປັນທາງ ການໃນຕອນເຊົ້າວັນທີ 19 ມີນານີ້ ໂດຍການເປັນປະທານ ຂອງທ່ານ ນາງ ວັນທອງ ນິດສະດີ ຮັກສາການ ປະທານສະຫະພັນແມ່ຍິງແຂວງ ອຸດົມໄຊ, ມີທ່ານ ປອ ຄຳພັນ ເຜີຍ ຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະພັກອົງການປົກຄອງແຂວງ, ຄະນະພັກ ຄະນະພະແນກການອົງການ ທຽບເທົ່າສອງກອງບັນຊາການ ປກຊ-ປກສ , ມີອາດີດປະທານສະຫະພັນແມ່ຍິງແຂວງ, ຕ່າງໜ້າສະຫະພັນແມ່ຍິງຈາກແຂວງໃກ້ຄຽງ, ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ ແກ່ແມ່ຍິງບັນດາເຜົ່າໃນຂອບເຂດທົ່ວແຂວງເຂົ້າຮ່ວມ.

  ຕະຫຼອດໄລຍະຂອງການດຳເນີນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມແມ່ນໄດ້ຕີລາຄາສູງຕໍ່ກັບຮ່າງລາຍງານເມືອງແຜນພັດທະນາແມ່ຍິງ ແລະບົດສຳຫຼວດການ ນຳພາລວມຂອງຄະນະບໍລິຫານ ງານສະຫະພັນແມ່ຍິງແຂວງຊຸດ ທີ 8 ແລະເປັນເອກະພາບກັນຢ່າງ ສົມບູນ ຮັບຮອງເອົາຮ່າງລາຍ ງານເມືອງ ຂອງຄະນະບໍລິຫານ ງານສະຫະພັນແມ່ຍິງແຂວງ ຄັ້ງທີ 8 ທີ່ໄດ້ຕີລາຄາຢ່າງພາວະວິໄສຕໍ່ຜົນງານການເຄື່ອນໄຫວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ຜູ້ແທນແມ່ຍິງແຂວງຄັ້ງທີ 8 ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງອຸດົມໄຊ, ຮັບຮອງເອົາ ທິດທາງແຜນການ 5 ປີຕໍ່ໜ້າ ໂດຍມີ7ຄາດໝາຍສູ້ຊົນ 7 ທິດທາງລວມ ແລະມາດຕະການໃນການຈັດຕັ້ງ ປະຕິບັດ, ເປັນເອກະພາບກັນຢ່າງສູງຮັບຮອງເອົາແຜນພັດທະນາແມ່ ຍິງແຂວງ 5 ປີຕໍ່ໜ້າ ໂດຍລວມມີ 10 ແຜນງານ 32 ໂຄງການ ແລະ ຮັບຮອງເອົາບົດສຳຫຼວດ ການນຳ ພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງສະໄໝທີ່ 8  ທີ່ໄດ້ຕີລາຄາສູງຕໍ່ການຊີ້ນຳ-ນຳ ພາ ຂະບວນການແມ່ຍິງຕາມພາ ລະບົດບາດສິດ ແລະໜ້າທີ່ໆໄດ້ ກຳນົດໄວ້ໃນກົດໝາຍວ່າດ້ວຍສະ ຫະພັນແມ່ຍິງລາວ ແລະກົດລະ ບຽບຂອງສະຫະພັນແມ່ຍິງລາວ.

 ໃນກອງປະຊຸມດັ່ງກ່າວໄດ້ ປ່ອນ ບັດຄັດເລືອກເອົາຄະນະບໍລິ ຫານງານສະຫະພັນແມ່ຍິງແຂວງ ຊຸດທີ IX ຈຳນວນ 29 ທ່ານ ເລືອກເອົາທ່ານນາງ ວັນທອງ ນິດສະດີ ເປັນປະທານສະຫະພັນແມ່ຍິງແຂວງ, ທ່ານນາງ ບົວທອງ ວັນນະລາດ ແລະທ່ານ ປອ ນາງ ວຽງມາລີ ສຸລິໄຊ ເປັນຮອງປະທານ ແລະເລືອກເອົາ ປອ ນາງ ວຽງມາລີ ສຸລິໄຊ ເປັນປະທານ ກວດກາສະຫະພັນແມ່ຍິງແຂວງ ແລະທ່ານນາງ ອຳພອນ ອິນຕະລາ ເປັນຮອງປະທານກວດກາ ເພື່ອ ສືບຕໍຊີ້ນໍາ-ນໍາພາຂະບວນການ ຂອງແມ່ຍິງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ ຍິງແຂວງຄັ້ງທີ IX ໃຫ້ມີຜົນສໍາເລັດບັນລຸຕາມຈຸດປະສົງ ແລະລະດັບຄາດໝາຍທີ່ວາງໄວ້ ແນໃສ່ເຮັດໃຫ້ ອົງການຈັດຕັ້ງສະຫະພັນແມ່ຍິງມີຄວາມເຂັ້ມແຂງ-ໜັກແໜ້ນເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງໃຫ້ປະກົດຜົນເປັນຈິງ.

-----

ໂດຍ: ເກດວົງສາ