ອັດຕະປື ປະກາດຮັກສາການຂື້ນເປັນຫົວໜາ້ພະແນກຍຸຕິທໍາຄົນໃໝ່

  ທ້າຍອາທິດຜ່ານມາພະແນກຍຸຕິທຳແຂວງອັດຕະປື ໄດ້ຈັດ ພິທີປະກາດແຕ່ງຕັ້ງຜູ້ວ່າການຂຶ້ນ ເປັນຫົວໜ້າພະແນກຄົນໃໝ່ພາຍ ຫຼັງທີ່ໄດ້ຜ່ານການທົດສອບເຮັດໜ້າທີ່ຊີ້ນຳ-ນຳພາຮັກສາການເປັນ ຮອງມາເປັນເວລາດົນນານສົມ ຄວນເຫັນວ່າ ສະຫາຍໄດ້ມີຄວາມພະຍາຍາມບືນຕົວສຸດຄວາມສາມາດຈົນໄດ້ຮັບຜົນສໍາເລັດກາຍ ເປັນຄັນທຸງແຫ່ງການນຳພາທີ່ດີ ເຮັດໃຫ້ພະນັກງານ, ສະມາຊິກພັກ-ລັດຖະກອນ ມີຄິດອັນໜຶ່ງດຽວນຳໍ່ພາໝູ່ຄະນະເຕົ້າໂຮມຄວາມສາມັກ ຄີ ແລະເປັນເສນາທິການແກ່ຄະນະປະຈຳພັກແຂວງກໍຄືສະພາປະຊາຊົນແຂວງຖືກຕ້ອງຕາມລະບຽບຫຼັກການທີ່ວາງໄວ້ຕະຫຼອດມາ.

 ຜ່ານການຕົກລົງເຫັນດິດັ່ງກ່າວ ຕາງໜ້າຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານຂໍຕົກລົງເຈົ້າແຂວງ ວ່າດ້ວຍການປະກາດແຕ່ງຕັ້ງຫົວ ໜ້າພະແນກຍຸຕິທໍາຄົນໃໝ່ຢ່າງ ເປັນທາງການ ໂດຍໃນນີ້ໄດ້ປະກາດແຕ່ງຕັ້ງທ່ານ ຄຳຫຼ້າ ແກ້ວ ວັນສອນ ຜ່ານທີເຮັດໜ້າທີ່ວ່າການ ຫົວໜ້ານັ້ນຂຶ້ນເປັນຫົວໜ້າພະແນກຍຸຕິທຳຜູ້ໃໝ່ ໂດຍມີພະນັກ ງານການນຳຂັ້ນແຂວງ ແລະພະ ນັກງານພາຍໃນເຂົ້າຮ່ວມ.

 ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງອັດຕະປື ໄດ້ເນັ້ນ ໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຫົວໜ້າຜູ້ໃໝ່ໃນຄັ້ງນີ້ ຈົ່ງໄດ້ເອົາໃຈ ໃສ່ໃນໜ້າທີ່ວິຊາສະເພາະຂອງ ຕົນ, ຕ້ອງຊື່ສັດ, ສຸດຈະລິດ, ບໍ່ສວຍ ໃຊ້ອຳນາດໜ້າທີ່ຕຳແໜ່ງຂອງ ຕົນໄປໃນທາງທີ່ບໍ່ຖືກຕ້ອງ, ຕ້ອງຖືເອົາຜົນປະໂຫຍດສ່ວນລວມສູງ ກ່ວາຜົນປະໂຫຍດສ່ວນ ຕົວຢູ່ສະເໜີ ແລະຕັ້ງໜ້າບຸກບືນຕົນເອງໃຫ້ສົມ ກັບໜ້າທີ່, ທີ່ພັກ-ລັດ ມອບໝາຍໃຫ້, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອ ໝັ້ນຕໍ່ແນວທາງຂອງພັກ-ລັດ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໜ້າທີ່ການເມືອງໃນໄລຍະໃໝ່ໂດຍ ສະເພາະວຽກງານຍຸຕິທຳໃຫ້ມີ ຄວາມເຂັ້ມແຂງຂຶ້ນກວ່າເກົ່າ.

--------

ຂ່າວ: ມາລາທິບ