2019 ການສ້າງຄອບຄົວວັດທະນະທໍາຢູ່ແຂວງເຊກອງຫຼຸດລົງ

ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະພັກຄະນະພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງເຊກອງ ໄດ້ເອົາ ໃຈໃສ່ຊຸກຍູ້ການສ້າງຄອບຄົວ ແລະບ້ານວັດທະນະທຳຢູ່ບັນດາ ເມືອງ ແລະໄດ້ກຳນົດເປົ້າໝາຍ ບ້ານ ເພື່ອສ້າງເປັນບ້ານວັດທະນະທຳໃໝ່, ບ້ານແບບຢ່າງທາງ ດ້ານວັດທະນະທຳ; ຊຶ່ງປີຜ່ານມາ ໄດ້ຮັບຮອງປະກາດເປັນບ້ານວັດ ທະນະທຳໄດ້ 8 ບ້ານຄື: ເມືອງ ດາກຈຶງ 6 ບ້ານ, ເມືອງລະມາມ 2 ບ້ານ, ສ້າງຄອບຄົວວັດທະນະທຳໄດ້ 560 ຄອບຄົວ; ປະຈຸບັນ ທົ່ວແຂວງມີບ້ານວດທະນະທຳ 152 ບ້ານ, ກວມເອາ 77,15% ຂອງບ້ານທົ່ວແຂວງ, ມີຄອບຄົວວັດທະນະທຳ 16.870ຄອບຄົວ ກວມເອົາ 71% ຂອງຄອບຄົວ ທົ່ວແຂວງ.

 ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ ໃຫ້ຮູ້ວ່າ ໃນປີ 2019 ຜ່ານມາການ ສ້າງບ້ານລະຄອບຄົວວັດທະນະ ທຳ ເຫັນວ່າຫຼຸດລົງຍ້ອນຈຳນວນ ຄອບຄົວເພີ່ມຂຶ້ນຈາກ 19.824 ຄອບຄົວ ມາເປັນ 23.786 ຄອບ ຄົວ; ຊຶ່ງໃນນີ້ເມືອງລະມາມມີ ບ້ານວັດທະນະທຳ 43 ບ້ານ, ມີ ຄອບຄົວວັດທະນະທຳ 5.684 ຄອບຄົວ, ເມືອງທ່າແຕງ ມີບ້ານວັດ ທະນະທຳ 47 ບ້ານ, ຄອບຄົວວັດ ທະນະທຳ 6.565 ຄອບຄົວ, ເມືອງກະລຶມ ບ້ານວັດທະນະທຳ 26 ບ້ານ, ຄອບຄົວວັດທະນະທຳ 1.728 ຄອບຄົວ, ເມືອງດາກຈຶງ ບ້ານວັດທະນະທຳ 36 ບ້ານ, ຄອບຄົວວັດທະນະທຳ 2.893 ຄອບຄົວ.

  ສຳລັບແຜນການປີ 2020 ຈະໄດ້ສືບຕໍ່ຊຸກຍູ້ຫ້ອງການ ຖວທ ເມືອງ ຈັດພິທີປະກາດບ້ານວັດທະນະທຳທີ່ຂັ້ນເທິງຮັບຮອງໃຫ້ສຳ ເລັດ, ສູ້ຊົນລົງຊຸກຍູ້ການສ້າງ ຄອບຄົວ, ບ້ານ ແລະສ້າງບ້ານວັດທະນະທຳແບບຢ່າງໃຫ້ໄດ້ 2 ບ້ານ, ສ້າງບ້ານວັດທະນະທຳໃຫ້ໄດ້ 10 ບ້ານ, ຄອບຄົວວັດທະນະທຳໃຫ້ໄດ້ 1.400 ຄອບຄົວ, ລົງຊຸກຍູ້ຕິດ ຕາມ-ກວດກາປະເມີນຜົນຄືນການສ້າງຄອບຄົວ, ບ້ານວັດທະນະທຳ ທີ່ປະກາດຮັບຮອງຜ່ານມາ.

  ນອກຈາກນີ້ ກໍຈະໄດ້ເຄື່ອນ ໄຫວຕິດຕາມ, ກວດກາປ້າຍບໍລິການ, ປ້າຍໂຄສະນາຕ່າງໆຂອງ ບັນດາບໍລິສັດ, ສ່ວນບຸກຄົນ ພ້ອມທັງອອກອະນຸຍາດປະຈຳປີ 2020 ທວງໜີ້ນໍາພາກສ່ວນຕ່າງໆໃຫ້ສຳເລັດຕາມການແບ່ງຂັ້ນຄຸ້ມຄອງ ແລະແກ້ໄຂຢ່າງເດັດຂາດຕໍ່ບັນດາ ປ້າຍທີ່ບໍ່ຖືກລະບຽບກົດໝາຍ, ເອົາ ໃຈໃສ່ຊຸກຍູ້ການເຄື່ອນໄຫວດ້ານ ສີລະປະວັນນະຄະດີໃຫ້ເປັນຂະບວນກວ້າງຂວາງ, ເສີມຂະຫຍາຍ ມູນເຊື້ອວັດທະນະທຳຂອງບັນດາເຜົ່າ ດ້ວຍການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມ, ການ ນຸ່ງຖືແບບຊົນເຜົ່າ, ອະນຸລັກເຮືອນ ຊົນເຜົ່າໃຫ້ມີຄວາມຍືນຍົງ ໂດຍ ຕິດພັນກບັການພັດທະນາເປັນໂຮມ ສະເຕ, ສືບຕໍ່ຄົ້ນຄວ້າ, ເກັບກຳ-ວິໄຈຂໍ້ມູນກ່ຽວກັບວິຖີຊີວິດຂອງ 10 ເຜົ່າຂອງແຂວງ ແລະຈັດພິມ ເປັນປຶ້ມໃຫ້ສຳເລັດ.

------

ຂ່າວ: ພຸດທະສອນ