ດ່ານສາກົນຂົວມິດຕະພາບ 2 ເອົາໃຈໃສ່ກວດກາຄົນເຂົ້າ-ອອກຢ່າງເຂັ້ມງວດເພື່ອປ້ອງກັນໂຄວິດ 19

 ທ່ານ ວິໄລສັກ ພັນທະວົງ ຮອງຫົວໝ້າດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ໄດ້ໃຫ້ສຳພາດວ່າ:ຫຼັງຈາກທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາ ປະເທດອ້ອມຂ້າງ ແລະໄດ້ມີການຊີ້ນໍາຈາກກະຊວງສາທາລະນະສຸກ ທາງດ່ານກໍ່ໄດ້ມີການເລີ່ມກວດກາຢ່າງເຂັ້ມງວດ ເພື່ອການເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວ ຊຶ່ງຈຸດພິເສດຂອງດ່ານສາກົນ ຂົວມິດຕະພາບ 2 ນີ້ ຈະມີຊ່ອງຂາອອກ-ຂາເຂົ້າຫຼາຍຊ່ອງຄື: ຊ່ອງຜູ້ໂດຍສານ, ຊ່ອງພາຫະນະສ່ວນບຸກຄົນ ແລະຊ່ອງລົດຂົນສົ່ງສິນຄ້າ; ສຳລັບຊ່ອງໂດຍສານຂາເຂົ້າຈະມີເຄື່ອງກວດເທີໂມສະແກນໜຶ່ງເຄື່ອງ ແລະເຄື່ອງວັດແທກອຸນຫະພູມອິນຟາເລດ ຢູ່ຊ່ອງພາຫະນະສ່ວນບຸກຄົນ ຈຳນວນ 3 ເຄື່ອງ ດັ່ງນັ້ນ, ອຸປະກອນທີ່ມາວັດແທກອຸນຫະພູມ ເພື່ອຊອກຫາຜູ້ສົງໄສ ຫຼືເປັນພະຍາດ ໂຄວິດ-19 ແມ່ນຍັງບໍ່ທັນພຽງພໍຖ້າທຽບ ໃສ່ກັບຈຳນວນຄົນເຂົ້າ-ອອກໃນແຕ່ລະວັນ, ສຳລັບການກວດແມ່ນຈະກວດສະເພາະແຕ່ຄົນທີ່ຂ້າມມາແຕ່ຝັ່ງເບື້ອງໄທ, ສຳລັບປະຊາຊົນລາວ ຫຼືຄົນຕ່າງປະເທດ ທີ່ຈະຂ້າມໄປໄທແມ່ນທາງແພດໝໍທາງຝັ່ງໄທຈະເປັນຜູ້ກວດ, ຊຶ່ງທີມແພດໝໍນີ້ ແມ່ນຈະມາປະຈໍາຢູ່ດ່ານແຕ່ 6 ໂມງເຊົ້າຫາ 22 ໂມງກາງຄືນ, ກໍລະນີທີ່ກວດພົບຜູ້ໂດຍສານໂດຍຜ່ານການກວດວັດແທກອຸນຫະພູມຖ້າພົບວ່າຜູ້ໃດມີອຸນຫະພູມສູງກວ່າ 37,5 ອົງ ສາ, ມີໄຂ້, ໄອ,ຈາມ, ເຈັບຄໍ ຖືກຕາມນິຍາມຂອງພະຍາດໂຄວິດ-19 ແມ່ນ ຈະຖືກສອບປະຫວັດ ແລະຈະຖືກກັກກັນຊົ່ວຄາວ ທີ່ຫ້ອງແຍກປ່ຽວໂຮງໝໍແຂວງສະຫວັນນະເຂດ ຈົນກວ່າຜົນກວດຈະອອກມາວ່າເປັນຜົນບວກ ຫຼື ລົບ ການກັກກັນແມ່ນຈະໃຊ້ເວລາ 14 ວັນ ຈົນໝັ້ນໃຈວ່າຄົນເຈັບເປັນພະຍາດອື່ນບໍ່ແມ່ນພະຍາດໂຄວິດ-19 ຈຶ່ງຈະປ່ອຍຕົວ.

ທ່ານ ວິໄລສັກ ພັນທະວົງ ໄດ້ກ່າວຕື່ມວ່າ: ຜ່ານມາໄດ້ມີຂ່າວ ລື ຈາກສັງຄົມວ່າ ຈະມີການປິດດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງ ທີ 2 ຂໍຢືນຢັນວ່າ: ບໍ່ມີມູນຄວາມຈິງ ມັນເປັນພຽງຂ່າວລືເທົ່ານັ້ນ ເພາະເປັນດ່ານສາກົນ ນອກຈາກວ່າຈະມີຄໍາສັ່ງຈາກຂັ້ນເທີງໃຫ້ເທົ່ານັ້ນ.

-------

ໜັງສືພິມເສດຖະກິດ-ສັງຄົມ