ມອບ-ຮັບຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງປາກທາ

 ພິທີມອບ-ຮັບໜ້າທີ່ວຽກງານຂອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງປາກທາ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ມີຂຶ້ນວັນ ທີ 24 ມີນາ 2020 ທີ່ຫ້ອງປະຊຸມຫ້ອງວ່າການເມືອງປາກທາ ໂດຍ ການເຂົ້າຮວມຂອງທ່ານ ສາລີ ວັນນະສານ ຮອງເລຂາພັກເມືອງ ຮອງເຈົ້າເມືອງປາກທາ,ທ່ານ ນາງ ອິນຜີວ ສີລິປັນຍາ ຮອງຫົວ ໜ້າພະແນກສຶກສາທິການ ແລະກີລາແຂວງບໍ່ແກ້ວ, ມີຫົວໜ້າຫ້ອງ ການສຶກສາທິການ ແລະກີລາເມືອງ ຜູ້ເກົ່າ ແລະຜູ້ໃໝ່, ພະນັກງານລັດຖະກອນຫ້ອງການສຶກສາທິການ ແລະກີລາເມືອງເຂົ້າຮວມ.

ທ່ານ ນາງ ອິນທອງ ເລືອງ ສີຈັນທອງ ຫົວໜ້າຄະນະຈັດຕັ້ງ ເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງປາກທາ ເລກທີ 130/ຈມ.ປທ, ລົງວັນທີ 20 ມີນາ 2020 ວ່າດ້ວຍການແຕ່ງຕັ້ງພະ ນັກງານດຳລົງຕຳແໜ່ງບໍລິຫານ ໃນນັ້ນເຫັນດີແຕ່ງຕັ້ງທ່ານ ທອງ ວັນ ພົມມະຫານ ຮອງຫົວໜ້າ ຫ້ອງການສຶກສາທິການ  ແລະກີລາ ເມືອງຂຶ້ນເປັນວ່າການຫົວໜ້າຫ້ອງ ການສຶກສາຜູ້ໃໝ່, ແຕ່ງຕັ້ງທ່ານ ຄຳອິ່ນ ສອນສະຫວັນ ແລະທ່ານ ສົມບູນ ທະວີສັກ ເປັນຮອງຫົວ ໜ້າຫ້ອງການສຶກສາທິການ ແລະ ກີລາເມືອງປາກທາຜູ້ໃໝ່.

ຈາກນັ້ນທ່ານ ຄຳເພັດປັນຍາ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຜູ້ເກົ່າກໍ່ໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີວຽກ ງານເປັນຕົ້ນແມ່ນ: ວຽກງານ ບຸກຄາລະກອນ,ອາຄານສະຖານທີ່ຫ້ອງການ ແລະໂຮງຮຽນປະຖົມ, ມັດທະຍົມທົ່ວເມືອງປາກທາ, ຊັບສົມບັດເຄື່ອງໃຊ້ຫ້ອງການ, ເງິນບໍລິຫານ ແລະໜີ້ຕ້ອງຈ່າຍ,ຂໍ້ມູນເອກະສານຕ່າງໆ, ພາຫະນະຮັບໃຊ້ ຫ້ອງການເຄື່ອງເອເລັກໂຕນິກ,ເຄື່ອງຮັບໃຊ້ຫ້ອງການຕ່າງໆ ແລະ ວຽກງານອື່ນໆ, ພ້ອມນັ້ນທ່ານ ທອງວັນ ພົມມະຫານ ວ່າການ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຜູ້ໃໝ່ ກໍ່ໄດ້ເຊັນ ຮັບຢ່າງເປັນທາງການ ໂດຍຊ່ອງ ໜ້າກັບຄະນະນຳຂອງເມືອງພາກສ່ວນທີ່ກ່ຽວຂ້ອງ.

  ຂະນະດຽວກັນນີ້ທ່ານ ສາລີ ວັນນະສານ ຮອງເລຂາພັກເມືອງ ຮອງເຈົ້າເມືອງປາກທາ ຍັງໄດ້ ເນັ້ນໜັກໃຫ້ຄະນະຫ້ອງການສຶກສາຊຸດໃໝ່ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດວຽກງານການເມືອງແນວຄິດໃຫ້ທົ່ວເຖິງເຂົ້າສູ່ລ່ວງເລິກໃຫ້ຄູ-ອາຈານທຸກສະຫາຍພາຍໃນຄວາມຮັບຜິດຊອບຂອງຕົນ, ແບ່ງວຽກແບ່ງງານໃຫ້ບຸກຄົນຮັບຜິດຊອບໃຫ້ລະອຽດ ແລະສອດຄ່ອງກັບໜ້າທີວຽກງານ,ເຕົ້າໂຮມຄວາມສາມັກຄີຢ່າງສະໜິດແໜ້ນ, ເຮັດວຽກເປັນໝູ່ຄະນະພ້ອມກັນເອົາໃຈໃສ່ປະຕິບັດວຽກງານການສຶກສາໃຫ້ບັນລຸຕາມລະດັບຄາດໝາຍ.

---------

ໜັງສືພິມເສດຖະກິດ-ສັງຄົມ