ກອງທັບ ເປີດສອນກະຕໍ້ຮຸ່ນສືບທອດ ຫວັງປັ້ນສູ່ທີມຊາດ

  ຄ້າຍກີລາກະຕໍ້ຊ້າງບິນກອງກີລາກອງທັບ ກະຊວງປ້ອງກັນປະເທດເປີດສອນກີລາກະຕໍ້ຮຸ່ນເຍົາວະຊົນອາຍຸລະຫວ່າງ 12-18 ປີ ນັບແຕ່ມື້ນີ້ເປັນຕົ້ນໄປກຳນົດເອົານັກກີລາເຂົ້າຮ່ວມທີມພຽງ 15 ຄົນ ໂດຍເປັນການຖ່າຍທອດຄວາມຮູ້ຄວາມສາມາດຂອງນັກກີລາກະຕໍ້ທີມຊາດລາວເປົ້າໝາຍ ແມ່ນຫວັງຈະປັ້ນນັກກີລາເຫຼົ່ານີ້ ມີການພັດທະນາຕົນເອງກ້າວສູ່ການເປັນນັກກີລາທີມຊາດໃນອະນາຄົດ.

  ຕາມການໃຫ້ສຳພາດຂອງ ທ່ານ ວາທີກັນຕະນາ ນານທິເສນພະນັກງານວິຊາການຈາກກອງ ກີລາກອງທັບທັງເປັນນັກກີລາ ກະຕໍ້ທີມຊາດລາວ (ຕຳແໜ່ງຕົວ ເຕະ) ຊຸດປະຈຸບັນໃຫ້ຮູ້ວ່າ: ຍ້ອນບໍ່ຢາກໃຫ້ຄວາມສາມາດຂອງຕົນເອງທີ່ໄດ້ຜ່ານຜ່າອຸປະສັກຕ່າງໆ ນາໆທີ່ໄດ້ຮັບໃຊ້ທີມຊາດມາແຕ່ປີ 2014 ຈົນມາເຖິງປະຈຸບັນໄດ້ສູນ ເສຍໄປລ້າໆພ້ອມທັງເປັນການຄົ້ນ ຄວ້າຫາປະສົບການໃໝ່ໃນການ ເປັນຄູຝຶກກີລາທີ່ຕົນເອງມັກ ແລະຮັກເປັນຊີວິດຈິດໃຈ, ດັ່ງນັ້ນ, ນ້ອງ ຈຶ່ງໄດ້ຕັດສິນໃຈປືກສາກັບຜູ້ໃຫຍ່ ຂອງກອງກີລາກອງທັບເພີ່ນກໍ ເຫັນດີໃຫ້ນ້ອງເປີດຄ້າຍກີລາກະຕໍ້ ຊ້າງບິນ ທີ່ຂຶ້ນກັບກອງກີລາກອງ ທັບ ເພື່ອຖ່າຍທອດວິຊາຄວາມ ຮູ້ຄວາມສາມາດການເປັນນັກກີ ລາກະຕໍ້ດີເດັ່ນໃຫ້ແກ່ນ້ອງນ້ອຍ ເຍົາວະຊົນ ແລະໃນປະຈຸບັນກໍໄດ້ ແຈ້ງການເຖິງນັກກີລາໜຸ່ມນ້ອຍຜູ້ມີໃຈມັກຮັກກີລານີ້ຜູ້ໃດທີ່ມີຄວາມສົນໃຈຈົ່ງຮີບຮ້ອນໃຈມາສະໝັກ ລົງເປັນນັກກີລາຂອງຄ້າຍສອນກີ ລາກະຕໍ້ຊ້າງບິນ ນັບແຕ່ມື້ນີ້ເປັນຕົ້ນໄປ ຊຶ່ງເປີດຮັບມີິຈຳກັດນັກກີລາກຳນົດຈະເອົາພຽງ 15 ຄົນເທົ່າ ນັ້ນ.

  ທ່ານ ວາທີ ກັນຕະນາ ນານ ທິເສນ ບອກຕື່ມອີກວ່າ: ສຳລັບ ເງືອນໄຂນັກກີລາທີ່ຈະເຂົ້າມາຝຶກ ຊ້ອມກັບຄ້າຍຂອງພວກເຮົາແມ່ນ ບໍ່ຈຳກັດເພດ, ຕ້ອງມີອາຍຸແຕ່ 12-18 ປີ, ບໍ່ຈຳເປັນຕ້ອງມີທັກ ສະມາກ່ອນ (ສອນເລີ່ມຕົ້ນຈາກ ສູນເລີຍ), ບໍ່ມີຄ່າຝຶກສອນໃຫ້ (ມີແຕ່ຕ້ອງໄດ້ຈ່າຍຄ່າບຳລຸງຮັກສາ   ສະໜາມ ແລະຊື້ອຸປະກອນຝຶກ ຊ້ອມ 5.000 ກີບ ຕໍ່ວັນ ແລະຕໍ່ ຄົນ ເລີ່ມຝຶກຊ້ອມແຕ່ວັນຈັນ-ສຸກ ເລີ່ມເວລາແຕ່ 16:30-19:00 ໂມງ ທີ່ສະໜາມກີລາຝຶກຊ້ອມທີ່ ກອງກີລາກອງທັບ (ຫຼັກ5) ຊຶ່ງ ນັກກີລາທີ່ມາຝຶກແອບຝຶກຊ້ອມຢູ່ ນຳຄ້າຍຂອງພວກເຮົາແມ່ນມີໂອກາດຈະໄດ້ກາຍເປັນນັກກີລາຮຸ່ນສືບທອດຂອງກອງທັບກໍຄືສາມາດ ກ້າວໄປຕິດທີມຊາດໃນອະນາຄົດ ໂດຍຖ່າຍທອດວິຊາຄວາມຮູ້ຄວາມສາມາດໃຫ້ມີນ້ອງ ວາທີ ກັນຕະນານານທິເສນ ແລະສິບຕີຄຳໂປມາໂສພາ,ແນວໃດກໍດີ, ຖ້າຫາກພໍ່ແມ່ຜູ້ປົກຄອງ ຫຼື ນັກກີລາຄົນໃດສົນໃຈສາມາດມາຕິດຕໍ່ໄດ້ທີ່ກອງກີລາກອງທັບໃນໂມງລາດຖະການ.

 ສຳລັບທ່ານ ວາທີ ກັນຕະນາ ນານທິເສນ ໄດ້ເລີ່ມຕິດທີມຊາດ ມາແຕ່ປີ 2014 ແລະໄດ້ຕາງໜ້າ ຊາດເຂົ້າຮ່ວມຊີງແຊັມໂລກທີ່ປະເທດໄທແຕ່ປີ 2014 ຫາ 2019 ສາມາດພາທີມຊາດໄດ້ແຊັມດິວິ ຊັ່ນ 1 ເມື່ອປີ 2015 ແລະຫຼ້າສຸດປີ 2019 ໄດ້ພຽງອັນດັບທີ 3 ສ່ວນລະດັບງານກີລາຊີເກມ ແມ່ນໄດ້ຕິດທີມຊາດເຂົ້າຮ່ວມຊີງເກມ 3 ຄັ້ງ ແລະສ້າງຜົນງານຄວ້າ 5 ຫຼຽນທອງພິເສດເມື່ອປີ2018 ກໍພານັກກີລາກະຕໍ້ທີມຊາດລາວ ຄວ້າ 1 ຫຼຽນເງິນງານກີລາ ເອຊຽນເກມ ທີ່ປະເທດອິນໂດເນ ເຊຍ ເປັນເຈົ້າພາບອີກດ້ວຍ.

-----

ໂດຍ: ບຸນນິກ