ສກຂ ໄຊສົມບູນ ຍົກລະດັບວຽກໂຄສະນາຂ່າວສານ ສຶກສາ-ກີລາ

 ພະແນກສຶກສາທິການ ແລະ ກີລາແຂວງ (ສກຂ) ໄຊສົມບູນຈັດກອງປະຊຸມຝຶກອົບຮົມວຽກ ງານໂຄສະນາຂ່າວສານການສຶກສາ ແລະກີລາໃຫ້ຜູ້ຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະໂຮງຮຽນມັດທະຍົມສຶກສາສົມບູນທົ່ວ ແຂວງປະຈຳປີ 2019 ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ຜູ້ຮັບຜິດຊອບ ແລະສ້າງ ເຄືອຂ່າຍຕາໜ່າງວຽກງານໂຄສະນາຂ່າວສານການສຶກສາ ແລະກີ ລາໃຫ້ກວ້າງຂວາງທົ່ວເຖິງນັບ ແຕ່ສູນກາງລົງຮອດທ້ອງຖິ່ນ.

  ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນ ເມື່ອວັນທີ 23 ມີນາຜ່ານມາ ທີ່ສະໂມສອນຫ້ອງການສຶກສາທິການ ແລະກີລາເມືອງລ້ອງຊານ ແຂວງໄຊສົມບູນ, ໂດຍພາຍໃຕ້ ການເປັນປະທານຮ່ວມຂອງທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ ໄຊສົມບູນ, ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກີລາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາກະຊວງສຶກສາ ທິການ ແລະກີລາ, ທ່ານ ຢ່າງ ຈື້ ໜາວຈາ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງລ້ອງຊານ ແຂວງໄຊສົມບູນ, ມີວິທະຍາກອນທີ່ມາຈາກສູນກາງພ້ອມ ດ້ວຍສຳມະນາກອນທີ່ມາຈາກຂັ້ນ ແຂວງ, ເມືອງ ແລະໂຮງຮຽນມັດທະຍົມສຶກສາສົມບູນທົ່ວແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

 ໂອກາດນີ້, ທ່ານ ຢົງຢີ ລີເຍ່ຍ ວື ກ່າວວ່າ: ກອງປະຊຸມຝຶກອົບຮົມວຽກງານໂຄສະນາຂ່າວສານ ການສຶກສາ ແລະກີລາທົ່ວແຂວງ ຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນຫຼາຍ ແລະຖືເປັນຈຸດລິເລີ່ມສຳລັບ ວຽກງານໂຄສະນາຂ່າວສານຂອງ ແຂວງໄຊສົມບູນ ຂອງພວກເຮົາເວົ້າລວມ, ເວົ້າສະເພາະແມ່ນໃນຂະແໜງການສຶກສາ ແລະກີລາເພື່ອ ຈະໄດ້ເກັບກຳເອົາຂ່າວຄວາມ ເຄື່ອນໄຫວວຽກງານຕ່າງໆພາຍ ໃນຂະແໜງການສຶກສາ ແລະກີລາ ໂດຍສະເພາະແມ່ນວັນສຳຄັນ ຕ່າງໆຂອງພັກ, ຂອງຊາດ ແລະ ຂອງສາກົນເປັນຕົ້ນແມ່ນຂ່າວ ກ່ຽວກັບພິທີໄຂສົກຮຽນໃໝ່, ວັນຄູແຫ່ງຊາດ, ວັນຊາດທີ 2 ທັນວາ ແລະວັນສຳຄັນອື່ນໆເພື່ອໂຄສະນາເຜີຍແຜ່ໃຫ້ຂັ້ນເທິງກໍຄືສັງຄົມ ໄດ້ຮັບຮູ້ ແລະເຂົ້າໃຈຢ່າງກວ້າງ ຂວາງ, ຄຽງຄູ່ກັນນັ້ນ, ຍັງເປັນ ການສ້າງຄວາມເຂັ້ມແຂງໃຫ້ວຽກ ງານໂຄສະນາຂ່າວສານເພື່ອເປັນ ເຄື່ອງມືໃນການເຜີຍແຜ່ແນວທາງ ນະໂຍບາຍ ແລະແຜນຍຸດທະສາດການພັດທະນາຕ່າງໆ ໃນຂົງເຂດການສຶກສາ ແລະກີລາ ແລະແຜນພັດທະນາການສຶກສາ ແລະກີລາປະຈໍາສົກຮຽນ 2019-2020 ຂອງພະແນກສຶກສາທິການ ແລະ ກີລາແຂວງທີ່ພວກເຮົາຈະຕ້ອງໄດ້ ເອົາໃຈໃສ່ຕໍ່ໜ້າດ້ວຍຄວາມຮັບຜິດຊອບສູງເພື່ອບັນລຸບັນດາຕົວເລກຄາດໝາຍຕ່າງໆທີ່ໄດ້ວາງອອກ, ສະນັ້ນໃນໂອກາດທີ່ມີຄວາມໝາຍສຳຄັນນີ້ຂໍຮຽກຮ້ອງມາຍັງສຳມະນາກອນທຸກຄົນຈົ່ງຕັ້ງໃຈຮໍ່າຮຽນເອົາບົດຮຽນນຳຄູຝຶກ ແລະຫວັງວ່າທຸກທ່ານຈະນໍາເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກ ອອກຜົນທີ່ສຸດ ແລະສຳເລັດໃນໜ້າທີ່ໆໄດ້ຮັບການມອບໝາຍທຸກປະການ.

  ສຳລັບກອງປະຊຸມຝຶກອົບຮົມວຽກງານໂຄສະນາຂ່າວສານການສຶກສາ ແລະກີລາທົ່ວແຂວງໄຊສົມບູນ ປະຈຳປີ 2019 ແມ່ນຈະດຳເນີນໄປເປັນເວລາ 4 ວັນ ລະຫວ່າງວັນທີ 23-27 ມີນາ 2020 ໂດຍບັນດາສຳມະນາກອນທີ່ເຂົ້າຮ່ວມຈະໄດ້ຮັບຟັງການສະເໜີໂດຍ ຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງສູນໂຄສະນາຂ່າວສານ ແລະກີລາ, ແນວທາງການປ່ຽນ ແປງໃໝ່ຂອງພັກຕໍ່ສື່ມວນຊົນ, ສະເໜີໂດຍຫຍໍ້ກົດໝາຍສື່ມວນຊົນ,ຈັນຍາບັນ ແລະຄຸນສົມບັດຂອງ ນັກຂ່າວ ແລະພື້ນຖານການຂຽນບົດ-ຂຽນຂ່າວ, ຮຽນຮູ້ກ່ຽວກັບເຕັກນິກການຖ່າຍພາບຂ່າວ ແລະ ພາບທົ່ວໄປ,ຮຽນຮູ້ກ່ຽວກັບການ ສ້າງອີເມວ (E-mail) ແລະເຟດບຸກ (Facebook) ເພື່ອສົ່ງຂໍ້ມູນຂ່າວສານ.

----

ໂດຍ: ບຸນນິກ