ວົງ ບິກແບງ ຕໍ່ສັນຍາກັບ ວາຍຈີ ເອນເຕີເທນເມັນທ໌ແລ້ວ

  ຫຼັງຈາກທີ່ໝົດກິດຈະກໍາ ໜ້າທີ່ໃນການຮັບໃຊ້ປະເທດຊາດ ບັນດາແຟນກໍຢ້ານວ່າໜຸ່ມວົງ  BIG BANG ຈະຕັດສິນໃຈຕໍ່ສັນຍາ ຫຼື ບໍ່ເພາະທັງ 4 ໜຸ່ມ ຈີດຣາກ້ອນ, ທ໊ອປ, ແທຍັງ ແລະແດຊອງ ຕ່າງ ກໍໝົດສັນຍາກັບຕົ້ນສັງກັດ ວາຍຈີ ເອນເຕີເທນເມັນທ໌ໄປແລ້ວ, ສໍາລັບມີການເຄື່ອນໄຫວວົງບອຍ ແບຣນໃນຕໍານາມວົງການ  K-POP ຫຼັງຈາກທີ່ພັກວົງການໄປນານ 3 ປີ ເພື່ອຮັບໃຊ້ປະເທດຊາດ ຊຶ່ງ ເປັນຂ່າວດີໆຂອງແຟນໆ ເພາະສຸດທ້າຍແລ້ວທັງ 4 ຄົນ ຕ່າງກໍຕັດສິນໃຈຕໍ່ສັນຍາຫຼັງເຈລະຈາເປັນ ຊ່ວງໄລຍະເວລາໜຶ່ງ ຊຶ່ງເປັນການ ຕໍ່ສັນຍາເປັນຄັ້ງທີ  3 ຂອງເຂົາເຈົ້າ.

 ສໍາລັບກິດຈະກິດກໍາຂອງວົງ BIG BANG ໃນປີນີ້ທີ່ກຽມຈະເຂົ້າຮ່ວມງານ Coachella ໃນສາຫະລັດອາເມລິກາໄດ້ຖືກເລື່ອນ ໄປໃນເດືອນຕຸລາ 2020 ຈາກ ກໍານົດເກົ່າໃນຊ່ວງເດືອນເມສາ 2020 ດ້ວຍຜົນຂອງການປ້ອງກັນ ການແຜ່ລະບາດຂອງເຊື້ອໄວຣັດ COVID-19 ພ້ອມທັງວາງແຜນທີ່ຈະເລີ່ມກຽມໂຕສໍາລັບການພັກແບ໊ກໃນປີ.

------

ຮຽບຮຽງໂດຍ: ຟ້າ