ພັກໂບກອມກຽມອອກອາລະບໍ້າ ເພງພາສາຍີ່ປຸ່ນ

   ມີຄວາມສາມາດຮອບດ້ານສຳລັບພະເອກໜຸ່ມຊື່ດັງພັກໂບ ກອມທີ່ມີຊື່ສຽງເຮັດໃຫ້ລາວໄດ້ມີ ເພງເປັນຂອງຕົນເອງຫຼັງຈາກທີ່ ເຄີຍອອກອາລະບໍ້າເປັນພາສາ ສ ເກົາຫຼີ ໄປແລ້ວປະຈຸບັນຈະເລີ່ມ ກ້າວໜ້າໄປອີກຂັ້ນພ້ອມທັງຍັງ ເປັນການເອົາໃຈແຟນໆຄົນຍີ່ປຸ່ນອີກດ້ວຍ.

Blossom Entertainment ຕົ້ນສັງກັດຂອງພັກໂບກອມໄດ້ອອກມາຢືນຢັນວ່າລາວ ຈະອອກອາລະບໍ້າເພງພາສາຍີ່ປຸ່ນ ທີ່ໃສ່ຊື່ວ່າ Bloomin ໃນວັນ 20 ມີນາທີ່ຈະມາເຖິງນີ້ຖືວ່າເປັນການ ຮ້ອງເພງຍີ່ປຸ່ນ ພ້ອມທັງຍັງມີເພງຊື່ Shining Future ລວມຢູ່ໃນການ ເປີດໂຕຄັ້ງນີ້ອີກດ້ວຍທັງນີ້ຄວາມ ໝາຍຂອງເພງ Bloomin ຈະສື່ ເຖິງດອກໄມ້ທີ່ເຕີບໂຕໄປພ້ອມໆ ກັນເຖິງແມ່ນວ່າຈະຢູ່ຫ່າງໄກອອກ ໄປຄົນລະບ່ອນກໍ່ຕາມ ແລະ ພັກໂບ ກອມກໍໄດ້ເປີດເຜີຍເຖິງຄວາມຮູ້ ສຶກວ່າຂ້ອຍມີຄວາມສຸກຫຼາຍທີ່ຈະ ໄດ້ພົບກັບແຟນໆຄົນຍີ່ປຸ່ນ ຜ່ານອາ ລະບໍ້າເພງເລີຍຢາກຈະສົ່ງຂໍ້ຄວາມທີ່ແສນອົບອຸ່ນ ແລະ ຄວາມໜ້າຮັກໃຫ້ກັບເຈົ້າຜ່ານເພງນີ້ຂ້ອຍພະຍາ ຍາມສະແດງດ້ານໃໝ່ໆໃຫ້ທຸກຄົນໄດ້ເຫັນກັນຈົ່ງສະໜັບສະໜູນຂ້ອຍແດ່ເດີຢ່າງໃດກໍຕາມພະເອກໜຸ່ມເຄີຍເປີດເຜີຍວ່າການອອກອາລະບໍ້າເພງນັບວ່າເປັນໜຶ່ງໃນຄວາມຝັນຂອງລາວເລີຍ.