ໜ່ວຍພັກພະແນກການເງິນ ແຂວງຫຼວງນໍ້າທາ ຈັດກອງປະຊຸມໃຫຍ່

  ກອງປະຊຸມໃຫຍ່ໜ່ວຍພັກພະແນກການເງິນແຂວງຄັ້ງທີ XII  ດ້ຈັດຂຶ້ນໃນວັນທີ 20 ມີນາ ຜ່ານມາທີ່ພະແນກການເງິນແຂວງຫຼວງນໍ້າທາ, ໂດຍການເປັນປະ ທານສະຫາຍ ກອນແສງ ຄັນທະວົງ ຄະນະພັກຮາກຖານເລຂາໜ່ວຍພັກພະແນກການເງິນແຂວງ, ເຂົ້າຮ່ວມໂດຍສະຫາຍ ອ່ອນຈັນ ຄຳພາວົງ ເລຂາຄະນະພັກຮາກ ຖານຫົວໜ້າພະແນກການເງິນແຂວງ, ມີ3 ອົງການຈັດຕັ້ງພັກ, 3 ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ແລະສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.

  ສະຫາຍ ສົມຈັນ ຈິດດາລາ ຮອງເລຂາໜ່ວຍພັກພະແນກການເງິນແຂວງໄດ້ຜ່ານບົດລາຍງານການເມືອງໄລຍະ 3 ປີຜ່ານມາ ແລະທິດທາງແຜນການ 5 ປີ ຕໍ່ໜ້າປີ 2020-2025, ໃນໄລຍະ 3 ປີຜ່ານມາຄະນະພັກພະແນກການເງິນແຂວງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນບັນຫາສຳຄັນໃຫ້ຖັນແຖວສະມາ ຊິກພັກ, ເຊື່ອມຊືມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຂະນະພັກແຂວງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງໜ່ວຍພັກ ແລະມະຕິຕ່າງໆ ຂອງຂັ້ນເທິງເຮັດໃຫ້ສະມາຊິກພັກມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານວິຊາສະ ເພາະ, ປະຈຸບັນໜ່ວຍພັກພະແນກການເງິນແຂວງ, ມີສະມາຊິກພັກທັງໝົດ 39 ສະຫາຍ, ຍິງ 12 ສະຫາຍ, ສຳຮອງ 3 ສະຫາຍ, ຍິງ 2 ສະຫາຍ, ວຽກງານວິຊາສະເພາະສາມາດປະຕິບັດລາຍຮັບ ເຂົ້າງົບປະມານໄດ້ທັງໝົດ 71 ຕື້ກວ່າກີບ ໃນນີ້ລາຍຮັບພຸດສູນ ກາງ 36 ຕື້ກວ່າກີບ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະ ກັນໄພ326 ລ້ານກີບ, ເທົ່າກັບ 100% ຂອງແຜນການ 2 ປີ ແລະລາຍຮັບພຸດທ້ອງຖິ່ນໄດ້ຮັບທັງໝົດ 34 ຕື້ກວ່າກີບ ເທົ່າກັບ 173% ຂອງແຜນການ 3 ປີ, ປະ ຕິບັດລາຍຈ່າຍງົບປະມານ 3 ປີຜ່ານມາໄດ້ທັງໝົດ 1.054 ຕື້ ກີບ ເທົ່າກັບ 95% ຂອງແຜນການ 3 ປີ.

   ທິດທາງແຜນການ 5 ປີ ຕໍ່ໜ້າຈະໄດ້ສືບຕໍ່ສ້າງໃຫ້ໜ່ວຍພັກມີຄວາມປອດໃສເຂັ້ມແຂງໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງດ້ານການຈັດ ຕັ້ງ ແລະແບບແຜນວິທີເຮັດວຽກຫັນເຂົ້າສູ່ສະບົບທັນສະໄໝເທື່ອລະກ້າວຕາມຫຼັກການຮັບ-ການອະນຸມັດລາຍຈ່າຍງົບປະມານຜ່ານເຄືອຂ່າຍຄອມພິວເຕີເຊື່ອມຕໍ່ລະ ຫວ່າງສູນກາງກັບແຂວງ, ແຂວງກັບເມືອງໃຫ້ທົ່ວເຖິງ, ໄລຍະ 5 ປີຕໍ່ໜ້າປະເມີນດ້ານການເມືອງ-ແນວຄິດຂອງສະມາຊິກພັກໃຫ້ໄດ້ປະເພດແຂງ 95% ຂຶ້ນໄປໃນແຕ່ລະປີ, ສະສູ້ຊົນສ້າງມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກໃຫ້ໄດ້ 7 ສະຫາຍ, ສືບຕໍ່ຈັດສົ່ງພະນັກງານໄປຍົກລະດັບທິດສະດີການເມືອງ-ການປົກຄອງ ແລະວິຊາສະເພາະຢູ່ພາຍໃນ ແລະຕ່າງປະເທດຕາມເງື່ອນໄຂຕົວຈິງ.

 ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່່ມີຜູ້ສະມັກ 7 ສະຫາຍ, ປ່ອນເອົາ 5 ສະຫາຍກອງປະຊຸມໄດ້ເປັນເອກະສັນເຫັນດີເປັນເອກະພາບເລືອກເອົາສະ ຫາຍ ກອນແສງ ຄັນທະວົງ ເປັນເລຂາໜ່ວຍພັກຊຸດໃໝ່ພ້ອມດ້ວຍຄະນະອີກ 4 ສະຫາຍ ເພື່ອຊີ້ນຳໆພາວຽກງານພັກໃນຕໍ່ໜ້າ.