ບ້ານໃຫຍ່ປາກທາປະກາດການຈັດຕັ້ງຊາວໜຸ່ມ

ວັນທີ 24 ມີນາຜ່ານມາທີ່ຫ້ອງປະຊຸມບ້ານໃຫຍ່ປາກທາໄດ້ຈັດພິທີປະກາດການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຂອງບ້ານພ້ອມທັງເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 7 ຂອງຄະນະບໍລິຫານງານຊາວໜຸ່ມເມືອງໂດຍການເປັນປະທານຂອງສະຫາຍ ເພັດລັດສະໝີ ເລຂາຊາວໜຸ່ມບ້ານໃຫຍ່ປາກທາເປັນກຽດເຂົ້າຮ່ວມຂອງສະຫາຍ ຫຸ່ມແພງ ແກ້ວມະນີ ເລຂາຄະນະຊາວໜຸ່ມບໍລິຫານງານຊາວໝຸ່ມເມືອງ, ສະຫາຍ ຊຽງເຮືອງ ພົມມະຈັນ ເລຂາຄະນະພັກຮາກຖານນາຍບ້ານໆໃຫຍ່ປາກທາ, ມີບັນດາອຳນາດການປົກຄອງ, ສະມາຊິກຊາວໝຸ່ມເຂົ້າຮ່ວມ.

 ສະຫາຍ ຫຸມແພງ ແກ້ວມະນີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳຊາວໜຸ່ມປະຊາຊົນລາວເມືອງປາກທາ ວ່າດ້ວຍການເເຕ່ງຕັ້ງຄະນະໜ່ວຍຊາວໜຸ່ມບ້ານຊຸດໃໝ່ໃນນີ້ໄດ້ເເຕ່ງຕັ້ງສະຫາຍ ເພັດ ລັດສະໝີ ເປັນເລຂາຊາວໜຸ່ມບ້ານໃຫຍ່ປາກທາຊຸດໃໝ່, ສະຫາຍ ຄອນມະນີ ຈັນທະນາລີ ເປັນຮອງເລຂາໜ່ວຍຊາວໜຸ່ມ, ສະຫາຍ ເອກຈະເລີນສຸກເປັນຄະນະຮັບຜິດຊອບວຽກງານບັນຊີ,ສະຫາຍ ຫຸ່ມພັນ ພອນສຸລັດ ຮັບຜິດຊອບຄັງເງິນ, ສະຫາຍ ຄຳຫຼ້າ ສິງມຸງຄຸນ ຮັບຜິດຊອບວຽກງານຂະບວນ ການ.

  ພ້ອມນັ້ນຍັງໄດ້ຜ່ານມະຕິຕົກລົງຂອງນາຍບ້ານໆໃຫຍ່ປາກທາວ່າດ້ວຍການເເຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍຊາວໜຸ່ມເເຕ່ລະຄຸ້ມຊຸດໃໝ່ເຊັ່ນວ່າ: ສະຫາຍ ເອກ ຈະເລີນສຸກ ເປັນເລຂາຮັບຜິດຊອບຄຸ້ມ 1, ພ້ອມກັບຮອງເລຂາ 2 ສະຫາຍ, ສະຫາຍ ຄອນມະນີ ຈັນທະນະລີ ເປັນເລຂາໜ່ວຍຮັບຜິດຊອບຄຸ້ມ2, ສະຫາຍ ຫຸ່ມພັນ ພອນສຸລັດ ເປັນເລຂາໜ່ວຍຮັບຜິດຄຸ້ມ 3 ແລະສະຫາຍ ຫຼ້າ ຄໍາມຸງຄຸນ ເປັນເລຂາໜ່ວຍຮັບຜິດຄຸ້ມ 4.

  ທັງນີ້ກໍເພື່ອເປັນການປັບປຸງການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຂັ້ນບ້ານໃຫ້ມີຄວາມໜັກເເໜ້ນເຂັ້ມເເຂງ ແລະເໝາະສົມກັບວຽກງານຕົວຈິງໃນໄລຍະໃໝ່, ແນໃສ່ ຮັບໃຊ້ວຽກງານຂະບວນການ ແລະວຽກງານອື່ນໆຂອງບ້ານໃຫ້ໄດ້ດີກວ່າເກົ່າ, ພິທີດັ່ງກ່າວຍັງໄດ້ຮັບຟັງການເຜີຍເເຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ່ 7 ຂອງອົງຄະນະບໍລິຫານງານຊາວໝຸ່ມເມືອງປາກທາອີກດ້ວຍ.