ເປັນອີກໜຸ່ນທີ່ເສຍແມ່ໄປ ໂຈວເຫວິນຟະ

 ແມ່ຂອງນັກສະແດງຮົງ ກົງຊື່ດັງ ໂຈວເຫວິນຟະໄດ້ເສຍຊີວິດແລ້ວໃນໄວ 92 ປີ ທ່າມກາງ ຄວາມໂສກເສົ້າເສຍໃຈເນື່ອງຈາກຕົນເອງສະນິດກັບແມ່ຫຼາຍແມ່ຄື ຜູ້ຍິງທີ່ສໍາຄັນທີ່ສຸດໃນໃຈ ໂດຍພະເອກດັງໄດ້ຈັດພິທີຢ່າງງ່າຍຈົນ ບໍ່ໄດ້ແຈ້ງຂ່າວໃຫ້ເພື່ອນໆໃນວົງ ການບັນເທີງຮູ້ເລີຍ ແລະນໍາກະດູກຂອງແມ່ໄປເກັບຮັກສາໄວ້ເກາະລຳມະບ້ານເກົ່າຂົງຄອບຄົວ.

 ຊ່ືດັງຂອງຮົງກົງ ລາຍງານຂ່າວເສົ້າຂອງພະເອກຊຸບເປີສຕາ ໂຈວເຫວິນຟະວ່າ: ໂຈວເຫວິນຟະ ໄດ້ເສຍແມ່ ເຊີນລີ່ຟົງ ໄປດ້ວຍໄວ 92 ໃນເດືອນກຸມພາ ຜ່ານມາ ໂດຍປິດຂ່າວບໍ່ໄດ້ແຈ້ງຜ່ານສື່ໃດໆ ແນ່ນອນວ່າພະເອກຊື່ດັງເປັນຄົນຮັກແມ່ຫຼາຍຮອດຂະນະນີ້ມີຂ່າວລືວ່າໂຈວເຫວິນຟະ ເຄີຍຕ້ອງເລີກລາກັບ  ເຊີນວີ້ຫຼຽນ ເປັນເພາະຝ່າຍ ຍິງເຂົ້າກັບແມ່ບໍ່ໄດ້, ໂດຍເມື່ອໄວ້ໆ ນີເຊີນວີ້ຫຼຽນ ກໍໄດ້ເປີດເຜີຍເລື່ອງ ນີ້ເປັນຄົນທຳອິດ ຍອມຮັບວ່າຕອນ ນັ້ນໂຕເອງເປັນຄົນຫົວດື້ກໍເລີຍເຂົ້າ ກັບແມ່ ເຊີນວີ້ຫຼຽນ ບໍ່ຄ່ອຍໄດ້ຈົນ ສຸດທ້າຍຄວາມສໍາພັນລະຫວ່າງ 2 ຄົນກໍ່ເປັນອັນຕ້ອງຈົບລົງໃນທີ່ສຸດ.

 ທັງນີ້ ໂຈວເຫວິນຟະ ເປັນລູກຄົນທີ 3 ໃນຈໍານວນພີ່ນ້ອງ 4 ຄົນ ນາງເປັນພໍ່ທີ່ເຮັດວຽກເປັນກະລາສີເຮືອ ໃຊ້ຊີວິດຢູ່ນອກເມືອງເປັນສ່ວນໃຫຍ່ເຮັດໃຫ້ໂຈວເຫວິນຟະ ໃຊ້ຊີວິດຢູ່ກັບແມ່ເປັນຫຼັກ ຈຶ່ງສະນິດກັບແມ່ຫຼາຍແມ່ສໍາຄັນທີສຸດໃນ ຊີວິດຂອງ ໂຈວເຫວິນຟະ ຫຼາຍກວ່າສິງໃດ.

-------

ຮຽບຮຽງໂດຍ: ຟ້າ