ຣັດເຊຍປະກາດມາດຕະການປ້ອງກັນ ຜົນກະທົບໂຄວິດ-19

 ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍປະກາດໃຫ້ສິດລາພັກຂອງປະຊາຊົນໃນອາທິດໜ້າເປັນມາດຕະການປ້ອງກັນຜົນກະທົບຈາກພະຍາດໂຄວິດ-19 ຊ່ວຍໃຫ້ຊາວຣັດເຊຍຫຼຸດພົ້ນຈາກວິກິດ.

  ຕາມຂ່າວຕ່າງປະເທດລາຍງານວ່າຜູ້ນໍາຣັດເຊຍປະກາດວ່າຊາວຣັດເຊຍທຸກຄົນຈະໄດ້ສິດລາພັກໃນອາທິດໜ້າຊຶ່ງເປັນສ່ວນໜຶ່ງຂອງມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍທ່ານ ປູຕິນ ລະບຸວ່າ ສະຖາບັນ ແລະສະຖານທີ່ຈຳເປັນເຊັ່ນ: ໂຮງໝໍ, ຮ້ານຂາຍຢາ, ຮ້ານຄ້າ, ທະນາຄານ, ການຂົນສົ່ງ ແລະໜ່ວຍງານລັດຖະການທຸກລະດັບຈະຍັງເຮັດວຽກປົກກະຕິຊຶ່ງປະຈຸບັນນີ້ເປັນໄລຍະທີ່ສຳຄັນຫຼາຍທີ່ຈະປ້ອງກັນອັນຕະລາຍຈາກການແຜ່ລະບາດຢ່າງວ່ອງໄວຂອງໂຄວິດ-19, ນອກຈາກນີ້ ທ່ານ ປູຕິນ ຍັງຮຽກຮ້ອງໃຫ້ນາຍ ຈ້າງສ້າງຄວາມໝັ້ນຄົງຂອງຕະ ຫຼາດແຮງງານ ແລະປ້ອງກັນບໍ່ໃຫ້ມີການວ່າງວຽກເພີ່ມສູງຂຶ້ນພ້ອມໃຫ້ຄຳໝັ້ນວ່າລັດຖະບານຈະຊ່ວຍເຫຼືອຂະແໜງທຸລະກິດໃນການແກ້ ໄຂບັນຫາເຫຼົ່ານີ້, ຜູ້ນໍາຣັດເຊຍສະເໜີໃຫ້ເພີ່ມເງິນຊົດເຊີຍການວ່າງວຽກເພີ່ມເງິນຊ່ວຍເຫຼືອໃຫ້ກັບແມ່ ຍິງທີ່ມີລູກນ້ອຍພ້ອມທັງສະເໜີໃຫ້ປະຊາຊົນໄດ້ຮັບການຍົກເວັ້ນການຈ່າຍເງີນກູ້ຈຳນອງ ແລະສິນເຊື່ອໃນເວລາທີ່ຍາກລໍາບາກເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19.

  ນອກຈາກນີ້ອົງການຂະໜາດກາງ ແລະຂະໜາດນ້ອຍຄວນຈະໄດ້ຮັບການແກ່ຍາວເວລາຈ່າຍພາສີທຸກປະເພດຍົກເວັ້ນພາສີມູນຄ່າເພີ່ມໃນອີກ 6 ເດືອນຕໍ່ໜ້າ ແລະທຸ ລະກິດຂະໜາດນ້ອຍຄວນໄດ້ຮັບການແກ່ຍາວເວລາຈ່າຍເງິນສົມທົບປະກັນສັງຄົມເຊັ່ນດຽວກັນ, ຢ່າງໃດກໍຕາມ ທ່ານ ປູຕິນ ຍັງສະເໜີໃຫ້ເລື່ອນການຍື່ນລົ້ມລະລາຍລວມເຖິງການທວງໜີ້ ແລະຄ່າປັບໃໝອອກໄປເປັນເວລາ 6 ເດືອນ.

_______

ໜັງສືພິມເສດຖະກິດ-ສັງຄົມ