ອັດຕະປື ເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ

  ໃນວັນທີ 24 ມີນາຜ່ານມາສ່ວຍສາອາກອນປະຈຳແຂວງອັດຕະປື ໄດ້ເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງຜ່ານລະບົບທະນາຄານພິທີໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງພາຍໃຕ້ການນໍາພາຂອງ ທ່ານ ສຸດໃໜ ສຸດບຸນລົ້ນ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງອັດຕະປື, ທັງເປັນຫົວໜ້າຄະນະຮັບຜິດຊອບຂະບວນການຊຸກຍູ້ເສຍຄ່າທຳນຽມທາງ, ພ້ອມດ້ວຍພະນັກງານວິຊາການພາຍໃນສ່ວຍສາອາກອນປະຈຳແຂວງເຂົ້າຮ່ວມ.

ສະໜັບສະໜູນໂດຍ: HONDA

  ໃນການສ້າງຂະບວນການເສຍຄ່າທໍານຽມທາງຜ່ານລະບົບທະນາຄານຢູ່ແຂວງອັດຕະປືໃນຄັ້ງນີ້ກໍແມ່ນເປັນມື້ທີ 2 ໃນປີ 2020 ເປັນຈຸດທີ 1 ຢູ່ຫ້ອງວ່າການປົກຄອງແຂວງເລີ່ມແຕ່ວັນທີ 24-25 ມີນາ 2020, ຈຸດທີ 2 ຢູ່ພະແນກກະສິກຳ-ປ່າໄມ້ ແຂວງເລີ່ມແຕ່ວັນທີ 26-27 ມີນາ 2020 ແລະ ຈຸດທີ 3 ຢູ່ພະແນກການເງິນ ແຂວງແຕ່ວັນທີ 30-31 ມີນາ 2020, ທັງນີ້ກໍເພື່ອເປັນການຊຸກຍູ້, ປຸກລະດົມ ແລະອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ບັນດາຫົວໜ່ວຍທຸລະ ກິດ ແລະປະຊາຊົນບັນດາເຜົ່າໄດ້ມາເສຍຄ່າທໍານຽມທາງຜ່ານລະບົບທະນາຄານຢ່າງເປັນຂະບວນຟົດຟື້ນ, ອັນສໍາຄັນກໍ່ແມ່ນເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ຊຶ່ງການເສຍຄ່າທຳນຽມທາງຜ່ານລະບົບທະນາຄານແມ່ນສາມາດຊຳລະໄດ້ 5 ຊ່ອງທາງຄື: 1 ແອັບພຣີເຄເຊີນມືຖື, 2 ຕູ້ເອທີເອັມ, 3 ເຄົາເຕີທະນາຄານ, 4 ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ ແລະ 5 ຕູ້ອັດຕະໂນມັດ,ຫຼັງຈາກນັ້ນກໍຈະໄດ້ສືບຕໍ່ເຄື່ອນ ໄຫວຕາມຈຸດຕ່າງໆ ແລະບັນດາແຂວງ-ເມືອງ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.