ໄຣອັນ-ເບລຄ ບໍລິຈາກເງິນລ້ານຊ່ວຍໂຄວິດ-19

 ເອີ້ນໄດ້ວ່າຜົນກະທົບຈາກ ເຊື້ອໄວຣັດໂຄວິດ-19 ນັບມື້ຮຸນແຮງຂຶ້ນເລື້ອຍໆ ແລະແຜ່ລະບາດໄປທົ່ວໂລກລວມທັງປະເທດສະຫະລັດອາເມລິກາ ທີ່ຕອນນີ້ພົບກັບ ບັນຫາດັ່ງກ່າວເຊັ່ນດຽວງານນີ້ຄູ່ສາມີ-ພັນລະຍາຄົນດັງແຫ່ງວົງ ການຮອລລີວູດຢ່າງ ໄຣອັນ ເຣຍ໌ ໂນລດ໌ ແລະເບລຄ ໄລຟ໌ລີຍ໌ ກໍຂໍເຮັດສິ່ງດີໆໃຫ້ສັງຄົມ ໂດຍທັງສອງ ໄດ້ບໍລິຈາກເງິນ ຈໍານວນ 1 ລ້ານ ໂດລາ ໃຫ້ກັບ 2 ອົງການກຸສົນຂອງສະຫະລັດອາເມລິກາ ແລະ ການາດາຢ່າງ Feeding Ame rica ແລະFood Banks Can ada.

 ຊຶ່ງຄູ່ສາມີ-ພັນລະຍາກໍໄດ້ໂພດ ຂໍ້ຄວາມວ່າ: ຂໍເປັນສ່ວນໜຶ່ງໃນ ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄວຣັດໂຄວິດ-19 ໂດຍອົງການກຸສົນທີ່ໄດ້ຮັບເງິນບໍລິຈາກໄປຈະຈັດອາຫານແຈກຈ່າຍໃຫ້ຜູ້ທີ່ມີລາຍໄດ້ໜ້ອຍ ແລະທັງສອງກໍຂໍສົ່ງ ກໍາລັງໃຈຮອດທຸກຄົນໃຫ້ຮັກສາສຸຂະພາບໂຕເອງເພື່ອກ້າວຜ່ານສະຖານະການນີ້ໄປໂດຍໄວ.

------

ຮຽບຮຽງໂດຍ: ຟ້າ