ສັບພະຄຸນທາງຢາຂອງຕົ້ນໝາກເຍົາເລືອດ

 ພືດລຳໄມ້ຢືນຕົ້ນປະເພດແຕກຟຸ່ມຂະໜາດ ນ້ອຍ, ສູງປະມານ 2 ແມັດ, ລຳຕົ້ນໜຽວ, ອອກສີ ຂາວ, ມີຕູດ ແລະຕຸ່ມນ້ອຍແຈກຢາຍທົ່ວໄປ, ໃບ:  ແມ່ນໃບປະເພດດ່ຽວສັບຊ້ອນແບບສະຫຼັບ, ຈັບຢູ່ຕາມລຳ ແລະງ່າ, ພືດຊະນິດນີ້ມີຖິ່ນກຳເນີດຢູ່ທະວີບອາເມລິກາເຂດຮ້ອນ ແລະຊຸ່ມ, ປະຈຸບັນເກີດຢູ່ທົ່ວໄປຢູ່ ຕາມບ່ອນຮົກເຮື້ອ, ລະດູອອກດອກແມ່ນເດືອນເມສາຫາ ເດືອນມິຖຸນາ.

 ໃບໃຊ້ເປັນຢາລະບາຍ, ແກ້ໄຂ້, ແກ້ອາການເຈັບທ້ອງ ໂດຍການຕົ້ມນໍ້າກິນ ຫຼື ຈະໃຊ້ເມັດນຳມາເຜົາໃຫ້ສຸກແລ້ວກິນເປັນຢາຖ່າຍ, ຢາລະບາຍກໍ່ໄດ້ເຊັ່ນກັນ ແຕ່ຄວນໃຊ້ແຕ່ນ້ອຍ, ນໍ້າມັນຈາກເມັດໃຊ້ເປັນຢາ ຖ່າຍ, ຊ່ວຍຂັບຖ່າຍພະຍາດ, ຂັບຖ່າຍນໍ້າເຫຼືອງເສຍ, ໃບໃຊ້ຕຳແກ້ອາການຜື່ນຄັນ, ແກ້ຝີ, ຖ້ານຳໃບມາຕົ້ມນໍ້າອາບຈະຊ່ວຍບັນເທົາອາການປວດເມື່ອຍໄດ້.

------

ຮຽບຮຽງໂດຍ: ຟ້າ