ດ່ານສາກົນວັງເຕົ່າ ຈະເກັບລາຍຮັບໃຫ້ໄດ້ບໍ່ຫຼຸດ 2 ຕື້ກວ່າກີບຕໍ່ວັນ

 ເພື່ອເຮັດໃຫ້ຕົວເລກການຈັດເກັບລາຍຮັບເຂົ້າງົບປະມານເປັນໄປຕາມແຜນການທີ່ລັດຖະບານກໍານົດໃຫ້ ປີນີ້ພາສີດ່ານສາກົນວັງເຕົ່າຈະໄດ້ໃຊ້ມາດຕາການຫຼາຍຢ່າງເພື່ອສູ້ຊົນເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານສະເລ່ຍວັນໜຶ່ງໃຫ້ໄດ້ 2 ຕື້ກວ່າກີບ ເພື່ອໝົດປີໃຫ້ໄດ້ປະມານ 658 ຕື້ກວ່າກີບ.

  ທ່ານ ແກ້ວອຸດອນ ພາລີຈັນ ຫົວ ໜ້າພາສີດ່ານສາກົນວັງເຕົ່າ ເມືອງໂພນ ທອງແຂວງຈໍາປາສັກ, ໄດ້ໃຫ້ສໍາພາດ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເພື່ອຮັບປະກັນ ໃນການຈັດຕັ້ງປະຕິບັດບັນດາທິດທາງ ໜ້າທີ່ ແລະຄາດໝາຍສູ້ຊົນຂອງຂັ້ນເທິງກໍານົດໄວ້ ໃນການເກັບລາຍຮັບໃຫ້ມີຜົນ ສໍາເລັດໃນສົກປີ 2019 ທາງດ່ານພາສີ ສາກົນວັງເຕົ່າຈະໄດ້ເອົາໃຈໃສ່ໃນການ ຄຸ້ມຄອງດັ່ງນີ້: ໜຶ່ງແມ່ນຈະໄດ້ສຶກສາ ອົບຮົມແນວຄິດການເມືອງໃຫ້ແກ່ພະນັກງານສະມາຊິກພັກມີຄວາມໜັກແໜ້ນ ມີສະຕິໃນການ ຈັດຕັ້ງປະຕິບັດລະບຽບກົດໝາຍ ປັບ ປຸງທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນ ສົມບັດສິນທໍາປະຕິບັດຍົກສູງວິຊາສະ ເພາະຕໍ່ໜ້າທີ່, ສອງ ພ້ອມກັນຈັດຕັ້ງປະ ຕິບັດລະບຽບກົດໝາຍພາສີ, ບັນດານິ ຕິກໍາຕ່າງໆ.. ກ່ຽວກັບວຽກງານພາສີ ແລະກົດໝາຍອື່ນໆທີ່ກ່ຽວຂ້ອງ ພ້ອມ ທັງອໍານວຍຄວາມສະດວກທາງດ້ານ ພາສີການຄ້າ ເພື່ອໃຫ້ສອດຄ່ອງແຈ້ງ ການຂອງຂັ້ນເທິງວາງອອກ, ສາມ ເອົາໃຈໃສ່ໃນການຄຸ້ມຄອງ ແລະກວດ ກາໄມ້ສົ່ງອອກ ແລະຜະລິດຕະພັນໄມ້ ຕາມມະຕິຄໍາສັ່ງເລກທີ 15/ນຍ ດ້ວຍ ຄວາມເຂັ້ມງວດ, ສີ່ ເພີ່ມທະວີໃນການ ຄຸ້ມຄອງ, ກວດກາການນໍາເຂົ້ານໍ້າມັນ ເຊື້ອໄຟທີ່ເສຍພາສີອາກອນ ແລະພັນ ທະອື່ນໆ ເຂັ້ມງວດກວດກາເອກະສານປະ ກອບຕ້ອງມີຄົບຖ້ວນ, ຫ້າ ການຄຸ້ມຄອງການນໍາເຂົ້າສິນຄ້າໃນຂອບການລົງທຶນພາຍໃນ ແລະຕ່າງປະເທດ, ເປັນຕົ້ນແມ່ນ ປະຕິບັດຕາມກົມແຈ້ງການຂອງພາສີ, ຕິດຕາມກວດກາແຜນນໍາເຂົ້າຫັກລົບ ໃຫ້ຖືກຕ້ອງຕາມອະນຸມັດຂອງຄະນະກໍາມະການສົ່ງເສີມ ແລະຄຸ້ມຄອງການລົງທຶນ ຂັ້ນກະຊວງ, ທ້ອງຖິ່ນ ຖ້າສິນຄ້າເຂົ້າ ມາເກີນແຜນແມ່ນໄດ້ເສຍພາສີຕາມປົກ ຄະຕິ, ຫົກເອົາໃຈໃສ່ກວດກາເລກລະ ຫັດຕາມສາລະບານ, ອັດຕາພາສີ, ອາ ກອນຕ່າງໆ ແລະມູນຄ່າແຈ້ງພາສີແບບແກັດຊື້ຂາຍຕົວຈິງ ໂດຍປະຕິບັດຕາມບົດ ແນະນໍາຂອງລັດຖະມົນຕີວ່າການກະ ຊວງການເງິນ ວ່າດ້ວຍການກໍານົດມູນຄ່າແຈ້ງພາສີສໍາລັບສິນຄ້ານໍາເຂົ້າ, ນອກ ຈາກນີ້ແມ່ນຈະໄດ້ເພີ່ມທະວີການຄຸ້ມ ຄອງບັນດາວັດຖຸອຸປະກອນ, ພາຫະນະ-ກົນຈັກ, ນໍ້າມັນເຊື້ອໄຟ ແລະອື່ນໆ ທີ່ນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ, ຈັດຕັ້ງປະຕິບັດນະໂຍບາຍດ້ານພາສີ, ອາກອນມູນຄ່າເພີ່ມ ແລະອາກອນຊົມໃຊ້ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບຢ່າງເຂັ້ມງວດ.

  ສໍາລັບຕົວເລກການຈັດເກັບລາຍຮັບ ໃນສົກປີ 2019 ນີ້ ທ່ານຫົວໜ້າພາສີດ່ານ ສາກົນວັງເຕົ່າໄດ້ໃຫ້ຮູ້ວ່າ: ຈະພະຍາຍາມ ສູ້ຊົນເກັບລາຍຮັບໃຫ້ໄດ້ທັງ ໝົດ 658 ຕື້ກວ່າກີບ, ສະເລ່ຍວັນໜຶ່ງໃຫ້ໄດ້ 2,45 ຕື້ກີບ, ສະເລ່ຍເດືອນໜຶ່ງໃຫ້ໄດ້ 54,98 ຕື້ກີບ, ສະເລ່ຍງວດໜຶ່ງໃຫ້ໄດ້ 164 ,67 ຕື້ກີບ ແລະ 6 ເດືອນໃຫ້ໄດ້ 329,35 ຕື້ກີບ.