ອຸດສະເບກິດສະຖານຍົກເວັ້ນວີຊາໃຫ້ 45 ປະເທດ

 

   ລັດຖະບານອຸດສະເບກິດສະຖານປະກາດຍົກ ເວັ້ນວີຊາທ່ອງທ່ຽວເປັນໄລຍະເວລາ 30 ວັນໃຫ້ກັບ ນັກທ່ອງທ່ຽວ 45 ປະເທດເພື່ອຊຸກຍູ້ເສດຖະກິດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ຫຼວງ ທາສເຄນ ຂອງອຸດສະເບກິດສະຖານ ເມື່ອບໍ່ດົນ ມາ ນີ້ວ່າ: ປະເທດນີ້ອອກຖະແຫຼງການກ່ຽວກັບການ ຍົກເວັ້ນການກວດໜັງສືຜ່ານແດນ (ວີຊາ) ທ່ອງ ທ່ຽວເປັນໄລຍະເວລາ 30 ວັນ ໃຫ້ກັບຜູ້ທີ່ຖືໜັງສືເດີນ ທາງຈາກ 45 ປະເທດ ເພື່ອກະຕຸ້ນການທ່ອງທ່ຽວ ແລະເສດຖະກິດໃຫ້ຂະຫຍາຍຕົວດີຂຶ້ນໃນພາກພື້ນອາ ຊີກາງແຫ່ງນີ້ ໂດຍມາດຕະການດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ເດືອນກຸມພາປີນີ້ ເປັນຕົ້ນໄປ ໂດຍປະເທດທີ່ໄດ້ຮັບຜົນປະໂຫຍດສ່ວນໃຫຍ່ເປັນສະມາຊິກສະຫະພາບເອີຣົບ(ອີຢູ)ທັງ 28 ປະເທດ ເຊັ່ນດຽວກັນກັບ ອົດສະຕຣາລີ, ອາກຊັງຕີນ ແລະຊີຣີ.

ຢ່າງໃດກໍຕາມ ພົນລະເມືອງອາເມລິກາຍັງຕ້ອງຂໍວີຊາສ່ວນປະເທດໃນອາຊີໄດ້ຮັບສິດທິພິເສດປະກອບ ມີຍີ່ປຸ່ນ, ສ. ເກົາຫຼີ, ມາເລເຊຍ, ສິງກະໂປ ແລະອິນ ໂດເນເຊຍຂະນະທີ່ຣັດເຊຍໄດ້ຮັບການຍົກເວັ້ນວີຊາ ເປັນໄລຍະເວລາເຖິງ 90 ວັນ.