ຫົວຜັກທຽມຊ່ວຍກໍາຈັດແມ່ທ້ອງ ແລະລ້າງສານຜິດ

    ຫົວຜັກທຽມ ເປັນສະໝຸນໄພທີ່ມີປະສິດທິພາບ ຫຼາຍທີ່ສຸດສາມາດໃຊ້ເພື່ອຊ່ວຍບຳລຸງສຸຂະພາບຂອງເຮົາໄດ້ຫຼາຍຢ່າງ ແລະຫົວຜັກທຽມຍັງໄດ້ຖືກນຳມາໃຊ້ເພື່ອດູແລສຸຂະພາບມາຫຼາຍສະຕະວັດ, ພ້ອມທັງ ຍັງມາເປັນສ່ວນປະກອບໃນການປຸງແຕ່ງອາຫານໄດ້ອີກດ້ວຍ, ການກິນຫົວຜັກທຽມສົດຈະໃຫ້ປະໂຫຍດກັບສຸຂະພາບຫຼາຍທີ່ສຸດເພາະຊ່ວຍກຳຈັດ ແມ່ທ້ອງໃນຮ່າງກາຍ ແລະຂັບສານພິດໄປພ້ອມກັນ.

 ວິທີນໍາໃຊ້: ພຽງແຕ່ຕັດຫົວຜັກທຽມເປັນຕ່ອນ ນ້ອຍໆ ປະມານ 1-2 ກີບ ແລະປະສົມກັບນໍ້າ 1 ຈອກ ດື່ມກ່ອນກິນອາຫານ ຫຼື ກິນນໍ້າຫົວຜັກທຽມ 6 ບ່ວງແກງ; ເອົາຫົວຜັກທຽມ 1 ກີບປະສົມກັບນໍ້າມັນໝາກພ້າວໜ້ອຍໜຶ່ງ ແລະຫົວຫອມບົ່ວ 1 ຫົວ ແລ້ວກໍກິນທຸກວັນຈະຊ່ວຍກຳຈັດແມ່ທ້ອງຊະນິດຕ່າງໆໄດ້, ນອກຈາກນີ້ຫົວຜັກທຽມຍັງຊ່ວຍລ້າງ ສານພິດອອກຈາກຮ່າງກາຍ ແລະຊ່ວຍໃຫ້ມີສະມາ ທິຫຼາຍຂຶ້ນພຽງແຕ່ປາດຫົວຜັກທຽມປະໄວ້ໃກ້ຕົວ ແລະປະໃຫ້ກິ່ນຂອງມັນລອຍຢູ່ໃນອາກາດຫ້ອງ ຂອງທ່ານ.

-------

ຮຽບຮຽງໂດຍ: ຟ້າ