ພຽງກິນມັນດ້າງ 7 ມື້ສາມາດຫຼຸດນໍ້າໜັກໄດ້

  ສໍາລັບສາວໆ ຫຼື ໜຸ່ມໆ ທ່ານໃດທີ່ກໍາລັງຄິດຈະຫຼຸດນໍ້າໜັກ ແຕ່ລອງມາຫຼາຍວິທີ່ແລ້ວຍັງບໍ່ໄດ້ ຜົນ ຫຼື ເຫັນຜົນຊ້າໃນຄໍລໍາສາລະໜ້າຮູ້ມື້ນີ້ເລີຍນໍ້າເອົາວິທີງ່າຍໆໃນ ຫຼຸດນໍ້າໜັກພາຍໃນ 7 ມື້ສາມາດ ຫຼຸດໄດ້ຕັ້ງ 3 ກິໂລມາຝາກກັນ, ມັນດ້າງນໍາມາໜຶ້ງ, ຕົ້ມ, ເຮັດເປັນເຂົ້າໜົ້ມ, ນໍ້າຫວານຫຼາກຫຼາຍເມນູແຖມມັນດ້າງຍັງມີສັບພະຄຸນ ແລະຄຸນ ປະໂຫຍດຫຼາກຫຼາຍຕໍ່ຮ່າງກາຍຂອງຄົນເຮົາອີກດ້ວຍ, ເພາະໃນມັນ ດ້າງມີໃຍອາຫານກິນແລ້ວເຮັດໃຫ້ອິ່ມດົນຂັບຖ່າຍສະດວກສຸຂະພາບ ແຂງແຮງແຖມຍັງມີວິຕາມິນຫຼາຍ ອີກດ້ວຍຊ່ວຍບັນເທົ່າອາການປະຈໍາເດືອນມາບໍ່ປົກກະຕິສໍາລັບແມ່ ຍິງເຮັດໃຫ້ຮ່າງກາຍມີພະລັງຫຼາຍຂຶ້ນ ແລະມັນດ້າງເປັນແຫຼ່ງລວມ ວິຕາມິນບີ 3 ທີ່ຊ່ວຍໃຫ້ຮ່າງກາຍ ເຜົາຜານໄດ້ດີ, ສາມາດບໍາລຸງຜິວພັນໃຫ້ງາມໃສນຽນນຸ່ມ ແລະຍັງມີ ວິຕາມິນເອຊ່ວຍບໍາລຸງສາຍຕາ, ມີສານຕ້ານອະນຸມູນອິດສະຫຼະອີກ ພ້ອມ, ໄຟເບີສູງຫຼາຍ ເຮັດໃຫ້ອິ່ມ ໂຕ 100 ກິໂລກາມຈະມີ 90-93 ແຄລໍລີ້ ຊຶ່ງຄົນເຮົາຕ້ອງການຕໍ່ມື້ 1,800-2,000 ເຄລໍລີ້ ແລະມັນ ດ້າງຍັງກິນໄດ້ທຸກມື້ກິນງ່າຍ ແລະ ແຊບ.

  ມັນດ້າງຈຶ່ງຖືກຈັດເປັນອາຫານ ທີ່ຊ່ວຍຫຼຸດນໍ້າໜັກໄດ້ເປັນຢ່າງດີ ນັກໂພສະນາການດ້ານອາຫານ ເຜີຍວ່າມັນດ້າງສາມາດຊ່ວຍຫຼຸດນໍ້າໜັກໄດ້ເຖິງ 3 ກິໂລ ພາຍໃນ 7 ມື້ ຫຼື 1 ອາທິດ ໃຜທີ່ຢາກລອງວິທີນີ້ກໍລອງຊື້ມັນດ້າງມາຮັບປະທານ ໄດ້ເລີຍ, ຄວນຮັບປະທານໃນໄລຍະເວລາ 09:00-11:00 ໂມງ ຈະເຮັດໃຫ້ເຮົາອີ່ມໄດ້ດົນບໍ່ເຮັດໃຫ້ ເຮົາຫິວ ຫຼື ກິນຫຍັງຫຼາຍໆໃນຄາບຕໍ່ໄປນັ້ນກໍບໍ່ແປກເລີຍທີ່ຈະເຮັດໃຫ້ ເຮົາສາມາດຫຼຸດນໍ້າໜັກໄດ້.

-------

ຮຽບຮຽງໂດຍ: ຟ້າ