ກອງປະຊຸມໃຫຍ່ຄັ້ງທີ V ແນວລາວສ້າງຊາດ ເມືອງນາກາຍ

 ເມື່ອອາທິດຜ່ານມາທີ່ສະໂມງສອນຫຼັງໃໝ່ ເມືອງນາກາຍ ແຂວງຄຳມ່ວນ ໂດຍພາຍໃຕ້ການ ເປັນປະທານຮ່ວມຂອງທ່ານ ສົມພົງ ວັນໄຟທອງ ເຈົ້າເມືອງໆນາ ກາຍ, ທ່ານ ຈັນ ບຸບຜາລິວັນ ປະທານແນວລາວສ້າງຊາດແຂວງ ຄຳມ່ວນ, ເຂົ້າຮ່ວມໂດຍທ່ານ ຄຳດີ ແກ້ວສູນທອນ ປະທານແນວລາວສ້າງຊາດ ເມືອງນາກາຍ ມີຄະນະປະຈຳພັກເມືອງ, ກາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ ແລະແຂກທີ່ຖືກເຊີນຈາກເມືອງອ້ອມຂ້າງຄື: ປະທານແນວເມືອງຄູນຄຳ, ປະທານ ແນວເມືອງຄຳເກີດ, ປະທານແນວ ເມືອງຍົມມະລາດ, ພະນັກງານ ອ້ອມຂ້າງເມືອງນາກາຍເຂົ້າຮ່ວມ.

 ໃນວາລາກອງປະຊຸມທ່ານ ຄຳດີ ແກ້ວສູນທອນ ປະທານແນວ ລາວສ້າງຊາດ ເມືອງນາກາຍ ໄດ້ຂຶ້ນຜ່ານບົດລາຍງານການເມືອງ, ພ້ອງກັນນັ້ນທ່ານຍັງໄດ້ຂຶ້ນຜ່ານ ບົດສຳຫຼວດຂອງຄະນະແນວລາວ ສ້າງຊາດຊຸດເກົ່າໃນໄລຍະ 5 ປີທີ່ ຜ່ານມາ ຄັ້ງທີ IV, ພ້ອມກັນນັ້ນ ທ່ານ ນາງ ບົວກາ ແກ້ວມະນີ ຍັງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂບຸກຄະລາກອນເຂົ້າໂຄງປະກອບ ແລະ ແຈ້ງລາຍຊື່ຄະນະກຳມະການແນວລາວສ້າງຊາດຊຸດໃໝ່ ຊຶ່ງມີຈຳນວນທັງໝົດ 32 ທ່ານ, ຍິງ 5 ທ່ານ, ໃນນັ້ນທ່ານ ໄພໂສ ລັດຕະນະພົນ ຄະນະຫ້ອງການພາຍໃນ ເມືອງນາກາຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຍ້ອງຍໍຂັ້ນແຂວງ, ຂັນເມືອງ ກົມກອງ ຂັ້ນແຂວງມີ 38 ທ່ານ, ຂັ້ນ ເມືອງມີ 13 ທ່ານ, ກົມກອງມີ 5 ກົມກອງ.

  ກອງປະຊຸມຍັງໄດ້ຮັບຟັງການ ໂອ້ລົມຂອງທ່ານ ຈັນ ບຸບຜາລິວັນ ປະທ່ານແນວລາວສ້າງຊາດແຂວງ ຄຳມ່ວນ ທ່ານຍັງໄດ້ຍົກໃຫ້ເຫັນ ເຖິງຄຸນງາມຄວາມດີຂອງບັນທະບຸລຸດຂອງແນວລາວສ້າງຊາດນັກຮົບປະຕິວັດຜູ້ເສຍສະຫຼະເລືອດເນື້ອໃນການຕໍ່ສູ້ກູ້ຊາດຈົນໄດ້ສະຖາປະນາມາເປັນສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ແລະທ່ານ ຍັງໄດ້ເນັ້ນໃຫ້ກັບແນວລາວສ້າງຊາດທຸກໆຂັ້ນໃນທົ່ວເມືອງຈົ່ງສືບຕໍ່ໃນການບຸກບືນສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປ ເລື້ອຍໆ ພ້ອມນັ້ນຍັງໄດ້ມີການມອບ-ຮັບຂອງຂວັນໃຫ້ການນາຂັ້ນແຂວງ ແລະຂັ້ນເມືອງອີກດ້ວຍ.

-------

ໂດຍ: ອໍລະເດີ