ດອກໄມ້ 4 ຊະນິດນີ້ປູກໄວ້ເຮືອນນັ້ນຈະມີແຕ່ໂຊກລາບ

ການປູກຕົ້ນໄມ້ມຸງຄຸນທີ່ເປັນຜົນດີຕໍ່ຄົນພາຍໃນບ້ານ, ຮ້ານຄ້າ, ເຮືອນນັ້ນຈະມີແຕ່ຄວາມສຸກຄວາມຈະເລີນ, ຊື້ໄດ້ຂາຍໝານ, ມີແຕ່ໂຊກລາບສຸຂະພາບແຂງແຮງຕ່າງໆນາໆຫຼາຍຄົນຄົງເຄີຍໄດ້ຍິນມາແລ້ວຊຶ່ງໃນສາລະໜ້າຮູ້ມື້ນີ້ຈະເອົາເອົາຕົ້ນໄມ້ປູກແລ້ວມີໂຊກມີລາບມາຝາກກັນ.

  • - ດອກເສດຖີ: ຕາມຄວາມເຊື່ອບູຮານວ່າກັນວ່າ ຫາກປູກຕົ້ນເສດຖີຢູ່ໜ້າບ້ານຈະຮຽກໂຊກລາບ, ເງິນທອງ ແລະຄວາມຜາສຸກມາສູ່ທຸກຄົນພາຍໃນບ້ານ.
  • - ຕົ້ນໃບເງິນໃບຄຳ: ຫາກປູກຕົ້ນໄມ້ປະເພດນີ້ຂະຊ່ວຍໃຫ້ທຸກຄົນພາຍໃນເຮືອນມີຄວາມສະຫງົບສຸກ, ປາສະຈາໄພອັນຕະລາຍຕ່າງໆ.
  • - ດອກແກ້ວ: ຄຳວ່າແກ້ວແມ່ນບົ່ງບອກຄວາມສູງສົ່ງດັ່ງແກ້ວທີ່ມີຄ່າເຮັດໃຫ້ມີຄົນນຳເອົາດອກແກ້ວມາປູກຫຼວງຫຼາຍພາຍໃນບ້ານເຮືອນຂອງຕົນເອງເພາະຈະເຮັດໃຫ້ຈິດໃຈໃສບໍລິສຸດນັ້ນເອງ.
  • - ດອກດາວເຮືອງ: ຫາກປູກໄວ້ບໍລິເວນບ້ານເຮືອນຈະຊ່ວຍເສີມບາລະມີໃຫ້ມີຄວາມກ້າວໜ້າ, ຈະເລີນຮຸ່ງເຮືຶອງມີເງິນ, ມີຄຳໄຫຼມາເທມາດັ່ງກີບດອກນ້ອຍໆສີເຫຼືອງນັ້ນເອງ.