ຮອງເຈົ້າແຂວງສາລະວັນ ລົງຊີ້ນຳເມືອງເລົ່າງາມເພີ່ມທະວີການຕ້ານພະຍາດໂຄວິດ-19

ເພື່ອເປັນການເພີ່ມທະວີໃນການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີການລະບາດທົ່ວໂລກໃນປະຈຸບັນ, ດັ່ງນັ້ນເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ເຊື້ອມາສູ່ແຂວງສາລະວັນກໍຄືເມືອງເລົ່າງາມ, ໃນນັ້ນດ້ວຍຄວາມຮັບຜິດຊອບສູງ ແລະເປັນຫ່ວງເປັນໄຍທີ່ສຸດຂອງການນໍາພັກ-ລັດຂັ້ນເເຂວງຕໍ່ປະຊາຊົນໃນຕອນເຊົ້າວັນທີ 27 ມີນາ ຜ່ານມານີ້ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ 9 ໄດ້ລົງເຄື່ອນໄຫວຊີ້ນໍາເມືອງເລົ່າງາມເປັນຕົ້ນໃຫ້ເພີ່ມທະວີການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງຈິງຈັງ, ໂດຍທ່ານໄດ້ເນັ້ນໜັກໃຫ້ທ່ານເຈົ້າເມືອງພ້ອມດ້ວຍຄະນະ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງຂັ້ນເມືອງໃຫ້ເອົາໃຈໃສ່ແລະມີຄວາມເປັນເອກະພາບສູງເປັນອັນໜຶ່ງອັນດຽວກັນໃນການໂຄສະນາປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນໃຫ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍ ແລະມາດຕະການໃນການປ້ອງກັນ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ມີການແບ່ງງານແບ່ງຄວາມຮັບຜິດຢ່າງລະອຽດຊັດເຈນ, ສິ່ງສໍາຄັນທີ່ສຸດແມ່ນເຂັ້ມງວດການກັກບໍລິເວນບຸກຄົນທີ່ເດີນທາງມາຈາກເຂດທີ່ມີຄວາມສ່ຽງ(ຕ່າງປະເທດ) ແລະໃຫ້ກັກໂຕເປັນເວລາ 14 ວັນຕາມຫຼັກການຂອງສາທາລະນະສຸກໄດ້ກໍານົດໄວ້ໂດຍກໍານົດເອົາໂຮງຮຽນປະຖົມ, ມັດທະຍົມ ແລະສະຖານທີ່ອື່ນໆ ທີ່ເໝາະສົມເພື່ອຮອງຮັບກຸ່ມຄົນດັ່ງກ່າວ, ພ້ອມນັ້ນກໍຕ້ອງອໍານວຍຄວາມສະດວກດ້ານສະຖານທີ່ພັກເຊົາເປັນຕົ້ນກໍແມ່ນນຳໃຊ້, ໄຟຟ້າພ້ອມທັງຕິດຕາມອາການຢ່າງໃກ້ຊິດ, ມີການກວດເຊັກສຸຂະພາບ, ວັດແທກອຸນຫະພູມ, ໃຫ້ຄໍາແນະນໍາທີ່ຖືກຕ້ອງ, ສ່ວນພໍ່ແມ່ຜູ້ປົກຄອງແມ່ນຮັບຜິດຊອບດ້ານອາການກິນ, ເຄື່ອງໃຊ້ຂອງສອຍທີ່ຈໍາເປັນໃນໄລຍະກັກຕົວ 14 ວັນ, ຖ້າຫາກມີກໍລະນີສົງໄສເປັນໄຂ້, ໄອ, ເຈັບຫົວປວດເມື່ອຍຕາມຮ່າງກາຍທີ່ນອນໃນນິຍາມຂອງພະຍາດໂຄວິດ-19 ແມ່ນໃຫ້ລາຍງານ ແລະສົ່ງເຂົ້າໂຮງໝໍເພື່ອປິ່ນປົວດ່ວນ.  

 ທ່ານຮອງເຈົ້າແຂວງຍັງໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນທົ່ວເມືອງເລົ່າງາມຈົ່ງເປັນເຈົ້າການ ແລະໃຫ້ການຮ່ວມມືກັບເຈົ້າໜ້າທີ່ ແລະພະນັກງານແພດໝໍທີ່ລົງໄປປະຕິ ບັດໜ້າທີ່ຢູ່ບ້ານຂອງຕົນໂດຍສະເພາະແມ່ນໃຫ້ພໍ່ແມ່ຜູ້ປົກຄອງຕ້ອງສົ່ງລູກຫຼານທີ່ກັບມາຈາກປະເທດທີ່ມີຄວາມສ່ຽງເຂົ້າໄປຕິດຕາມອາການຢູ່ສູນທີ່ທາງເມືອງໄດ້ກໍານົດໄວ້, ບໍ່ໃຫ້ປິດບັງ ຫຼືຊຸກເຊື່ອງເດັດຂາດ, ສ່ວນຜູ້ກ່ຽວທີ່ກັບມາຈາກປະເທດທີ່ມີຄວາມສ່ຽງກໍຕ້ອງເປັນເຈົ້າການເຊັ່ນດຽວກັນຄື: ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະສັງຄົມເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວແຜ່ໄປສູ່ຄົນອື່ນກໍຄືສັງຄົມ.

____________

ຂຽນໂດຍ: ທິດລນາ ໂຄດໂຍທາ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ