ອູຈີຢຸນ ອອກຈາກສະມາຊິກວົງດູໂອ້

 ວັັນທີ 2 ເມສາ ທີ່ຜ່ານມາ ໄດ້ມີການປະກາດຢ່າງເປັນທາງການວ່າ ສີລະປິນສາວ ອູຈີຢຸນ ໜຶ່ງໃນສະມາຊິກວົງດູໂອ້  Bolb balgan (BOL 4) ໄດ້ຕັດສິນໃຈອອກຈາກການເປັນສະມາຊິກຂອງວົງ.

  ຕົ້ນສັງກັດລະບຸວ່າກ່ອນອື່ນຂໍຂອບໃຈແຟນໆທີ່ໃຫ້ການສະໜັບສະໜູນ ແລະຮັກວົງດູໂອ້ມາ ໂດຍຕະຫຼອດຂໍແຈ້ງໃຫ້ທຸກທ່ານຮູ້ເຖິງການປ່ຽນແປງຂອງສະມາຊິກວົງ Bolbbalgan4 ທີ່ເປັນສີລະປິນ ຂອງເຮົາສະມາຊິກວົງ ອູຈີຢຸນໄດ້ສະແດງຄວາມປາດຖະນາທີ່ຈະສິ້ນສຸດການເຮັດກິດຈະກໍາໃນຖາສະມາຊິກວົງ Bolbbalgan4 ເນື່ອງຈາກຄວາມກັງວົງໃນອະນາຄົດຂອງລາວດ້ວຍເຫດນີ້ເຮົາຈຶ່ງໃຊ້ເວລາດົນໃນການຄິດຢ່າງຮອບຄອບກ່ຽວກັບເລື່ອງນີ້ກັບສະມາ ຊິກທັງສອງຄົນ, ວົງດູໂອ້ ຈະດໍາເນີນຕໍ່ໃນຖານະສີລະປິນດ່ຽວ ໂດຍ ອັນຈີຢອງ ຈະບໍ່ມີການຮັບສະມາຊິກໃໝ່ຫຼັງຈາກພິຈາລະນາຖີ່ຖ້ວນແລ້ວ ອູຈີຢຸນຈຶ່ງຕັດສິນໃຈສິ້ນສຸດ ການເປັນສະມາຊິກວົງເຖິງແມ່ນວ່າຈະເປັນເລື່ອງໜ້າເສຍດາຍທີ່ ລາວບໍ່ສາມາດຢູ່ກັບວົງໄດ້ອີກຕໍ່ໄປ,ເຖິງວ່າ ອັນຈີຢອງ ແລະອູຈີ ຢຸນ ຈະສິ້ນສຸດການເປັນສະມາຊິກຮ່ວມວົງກັນແຕ່ພວກເຂົາຈະຍັງຮັກສາມິດຕະພາບໃນຖານະເພື່ອນ ຮ່ວມງານ ແລະເພື່ອນທີ່ໃຫ້ການສະໜັບສະໜູນກັນ ແລະກັນໃນອະນາຄົດ.

--------

ຮຽບຮຽງໂດຍ: ຟ້າ