ອິດສະຣາແອນເລີ່ມກໍ່ສ້າງກຳແພງກັ້ນເຂດກາຊາ

   ທ່ານ ເປນຈາມິນ ເນທັນ ຢາຮູ ນາຍົກລັດຖະມົນຕີອິດສະ ຣາ ແອນເຕືອນວ່າ, ຖ້າຫາກການເຄື່ອນໄຫວປະທ້ວງຢູ່ເຂດກາຊາຍັງມີຢູ່,ອິດສະຣາແອນຈະໃຊ້ກຳ ລັງອາວຸດ  ໂດຍບໍ່ລັງເລໃຈຈັກໜ້ອຍ ພ້ອມທັງເລີ່ມກໍ່ສ້າງກຳແພງກັ້ນເຂດກາຊາ

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ເນທັນຢາຮູ ໄດ້ໃຫ້ຄວາມຄິດເຫັນດັ່ງກ່າວໃນກອງປະຊຸມສະໄໝສາມັນຂອງຄະນະລັດຖະບານທີ່ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ທ່ານກ່າວຕື່ມວ່າ, ອິດສະຣາແອນໄດ້ເລີ່ມກໍ່ສ້າງກຳແພງກັ້ນຊາຍແດນຕາມເຂດກາຊາເພື່ອສະກັດກັ້ນບໍ່ໃຫ້ຜູ້ກໍ່ການຮ້າຍທີ່ມາຈາກເຂດກາຊາຂ້າມຊາຍແດນເຂົ້າສູ່ອິດສະຣາແອນ.  ກະຊວງປ້ອງກັນປະເທດອິດສະຣາແອນໄດ້ອອກຖະແຫຼງການວ່າ, ອິດສະຣາແອນ ໄດ້ເລີ່ມກໍ່ສ້າງກຳແພງກັ້ນຕາມຊາຍແດນລະຫວ່າງອິດສະຣາແອນກັບເຂດກາຊາແລ້ວ.

ຢ່າງໃດກໍຕາມ  ການກໍ່ສ້າງກໍາແພງກັ້ນເຂດກາຊາມີຄວາມຍາວຍາມປະມານ 65 ກິໂລແມັດ, ສູງ 6                                                       ແມັດ, ມີນ້ຳໜັກປະມານ 2 ໝື່ນໂຕນ.