ຈອນໂຊມິນ ຈະຢຸດພັກຖ່າຍລາຍການ ເນື່ອງຈາກບັນຫາດ້ານສຸຂະພາບ

 ຫຼາຍສຳນັກຂ່າວໃນ ສ.ເກົາຫຼີ ລາຍງານຂ່າວກ່ຽວກັບອາການສຸຂະພາບທີ່ບໍ່ດີຂອງນັກສະແດງສາວຈອນໂຊມິນ ໃນຕອນເຊົ້າວັນທີ 2 ເມສາ ທີ່ຜ່ານມາວ່າ ຈອນໂຊ ມິນ ກຳລັງປິ່ນປົວຕົວເອງເນື່ອງ ຈາກອາການອິດເມື່ອຍຮ່າງກາຍ ຮຸນແຮງ ໂດຍລາຍງານເປີດເຜີຍວ່າ ຈອນໂຊມິນ ມີອາການອິດເມື່ອຍ ຢ່າງໜັກ ແລະໄດ້ຮັບຄຳແນະນໍໍາ ໃຫ້ຢຸດພັກເຮັດວຽກລະຫວ່າງເຂົ້າ ປິ່ນປົວຈາກທີ່ມີຕາລະຕາງວຽກ ຢ່າງຫຼວງຫຼາຍຕໍ່ເນື່ອງໃນໄລຍະນີ້.

  ດ້ານຕົວແທນຕົ້ນສັງກັດຂອງ ຈອນໂຊມິນ ໄດ້ອອກມາເປີດເຜີຍກັບສື່ມວນຊົນວ່າ ຈອນໂຊມິນ ປະສົບບັນຫາເລື່ອງສຸຂະພາບທີ່ອາ ການບໍ່ດີລະຫວ່າງຖ່າຍທຳລາຍ ການ ແລະລາວໄດ້ເດີນທາງໄປຍັງ ໂຮງໝໍເພື່ອກວດສຸຂະພາບຢ່າງລະອຽດ ແລະຂະນີ້ກຳລັງພັກຜ່ອນຢູ່ ເຮືອນ, ພ້ອມກັນນີ້ຕົ້ນສັງກັດຍັງຢືນຢັນວ່າອາການສຸຂະພາບຂອງ ລາວບໍ່ໄດ້ກ່ຽວຂ້ອງກັບການຕິດເຊື້ອໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ໃນຂະນະນີ້, ອາການເຈັບ ຂອງລາວບໍ່ແມ່ນຕິດເຊື້ອໂຄວິດ- 19 ຢ່າງແນ່ນອນ ແລະສຸຂະພາບ ຮ່າງກາຍອ່ອນເພຍລົງເນື່ອງຈາກ ຄວາມອິດເມື່ອຍສະສົມເຮົາຈຶ່ງ ແຈ້ງໃຫ້ທີມງານໄດ້ຮູ້ວ່າລາວຈະລາພັກກວຽກການຖ່າຍທຳເປັນ ເວລາ 1 ເດືອນ ແລະທາງທີມງານ ຜູ້ຜະລິດລາຍການເຂົ້າໃຈສະຖານະການຂອງລາວ.

-----

ຮຽບຮຽງໂດຍ: ຟ້າ