ສັບພະຄຸນທາງຢາຂອງ ໂສມຜັກກາດ

  ໂສມຜັກກາດຈັດເປັນພືດລົ້ມລຸກເລືອໄປຕາມ ພື້ນດິນ, ລຳຕົ້ນຕັ້ງຊື່, ສູງປະມານ 10-30 ຊັງຕີແມັດ, ລຳຕົ້ນອວບນໍ້າ, ມີຫົວຢູ່ໃຕ້ດິນ, ຮາກເນື້ອນຸ້ມອ່ອນ, ເປືອກຮາກເປັນສີເຫຼືອງ, ຊຸ່ມນໍ້າ, ເນື້ອໃນເປັນສີຂາວ, ຍອດອ່ອນມີຂົນສີຂາວ.

  • ໃບ: ໃຊ້ປົວຕານເຕັ້ນ, ຝີ, ຕຸ່ມເປື່ອຍ ແລະ ເປັນຜື່ນຄັນຕາມຜີວໜັງແມ່ນເກັບເອົາໃບສົດ 6-7 ໃບ                                       ມາລ້າງໃຫ້ສະອາດນຳໄປຕາກແດດ, ນຳໄປຕຳໃຫ້ ແຫຼກແລ້ວປັ້ນເອົານໍ້າທາຕາມບໍລິເວນທີ່ເປັນ  ຫຼື ໂພະໃສ່ເລີຍກໍ່ໄດ້.
  • ຮາກ: ໃຊ້ປົວໄຂ້ໂດຍການຫຼົກເອົາຮາກ 4-5 ຮາກມາລ້າງນໍ້າໃຫ້ສະອາດ.

• ຫົວ: ມີສັບພະຄຸນເປັນຢາຮັກສາແຜອັກເສບ ແລະຮັກສາມົດລູກຂອງຜູ້ຍິງ, ຖ້ານຳມາບົດໃຫ້ເປັນຜົງຊົງກັບນໍ້າຊາໃຫ້ຜູ້ຍິງຫຼັງຄອດຈະຊ່ວຍຂັບປະຈຳເດືອນໄດ້ດ້ວຍ.

------

ຮຽບຮຽງໂດຍ: ຟ້າ