ຫວຽດນາມສົ່ງເສີມພະລັງງານໄຟຟ້າ ຈາກແສງອາທິດ

  ທ່ານນາຍົກລັດຖະມົນຕີ ຂອງ ສສ ຫວຽດນາມ ຫາກໍອອກຂໍ້ຕົກລົງວ່າດ້ວຍ ກົນໄກສົ່ງເສີມການພັດທະນາພະລັງງານໄຟຟ້າຈາກແສງອາທິດຢູ່ຫວຽດນາມ ສໍາລັບບັນດາອົງການ, ສ່ວນບຸກຄົນທີ່ເຂົ້າຮ່ວມການພັດທະນາພະລັງງານໄຟຟ້າຈາກແສງອາທິດ ແລະບັນດາອົງການຈັດຕັ້ງ, ສ່ວນບຸກຄົນອື່ນໆທີ່ກ່ຽວຂ້ອງ.

  ຕາມຂ່າວສານຫວຽດນາມ ລາຍງານ ກ່ຽວກັບຄວາມຮັບຜິດຊອບຊື້ໄຟຟ້າຈາກບັນດາໂຄງການຜະລິດພະລັງງານໄຟຟ້າຈາກແສງອາທິດເຊື່ອມຕໍ່ຕາໜ່າງໄຟຟ້ານັ້ນ, ຝ່າຍຊື້ໄຟຟ້າຕ້ອງມີໜ້າທີ່ຊື້ພະລັງ ງານໄຟຟ້າທັງໝົດທີ່ບັນດາໂຄງ ການຜະລິດພະລັງງານໄຟຟ້າ ເຊື່ອມຕໍ່ຕາໜ່າງໄຟຟ້າຜະລິດໄດ້ ແລ້ວສົ່ງໄປຍັງລະບົບຕາໜ່າງໄຟ ຟ້າແຫ່ງຊາດ; ບຸລິມະສິດເປັນປະຈໍາ ເພື່ອຂຸດຄົ້ນກຳລັງການຜະລິດ ແລະພະລັງງານໄຟຟ້າສະໜອງທັງໝົດຂອງບັນດາໂຄງການພະລັງງານໄຟຟ້າຈາກແສງອາທິດ. ກຳນົດເວລາຂອງສັນຍາຊື້-ຂາຍ ໄຟຟ້າ ສໍາລັບບັນດາໂຄງການພະ ລັງງານໄຟຟ້າຈາກແສງອາທິດແມ່ນ 20 ປີ ນັບແຕ່ວັນນໍາເຂົ້າ ເຄື່ອນໄຫວການຄ້າເປັນຕົ້ນໄປ.

  ຂໍ້ຕົກລົງສະບັບດັ່ງກ່າວ ກໍຮຽກຮ້ອງໃຫ້ກຸ່ມບໍລິສັດພະລັງ ງານໄຟຟ້າຫວຽດນາມມີຄວາມ ຮັບຜິດຊອບວາງແຜນໄລ່ລຽງຄ່າ ໃຊ້ຈ່າຍໃນການຊື້ໄຟຟ້າທັງໝົດຂອງບັນດາໂຄງການພະລັງງານ ໄຟຟ້າ; ຄົ້ນຄວ້າການລົງທຶນບັນດາມາດຕະການສະສົມພະລັງງານ ໄຟຟ້າໃຫ້ແກ່ລະບົບ ເພື່ອຮັບປະກັນການເຄື່ອນໄຫວຂອງລະບົບ ໄຟຟ້າເປັນປົກກະຕິ ເມື່ອລວມກັບບັນດາແຫຼ່ງພະລັງງານຜະລິດຄືນ ໃໝ່ ຂໍ້ຕົກລົງສະບັບດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 22 ພຶດສະ ພາເປັນຕົ້ນໄປ.

--------

ໜັງສືພິມເສດຖະກິດ-ສັງຄົມ