ຍີ່ປຸ່ນ ເລັ່ງກະຕຸ້ນເສດຖະກິດ 108 ພັນຕື້ເຢນ

  ຍີ່ປຸ່ນເລັ່ງກະຕຸ້ນເສດຖະກິດ108 ພັນຕື້ເຢນ ຫຼຸດຜ່ອນຜົນກະທົບຈາກເຊື້ອພະຍາດໂຄວິດ-19 ທີ່ກໍາລັງລະບາດຮຸນແຮງຢູ່ທົ່ວໂລກໃນປະຈຸບັນນີ້.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ຊິນໂຊ ອາເບະນາຍົກລັດຖະມົນຕີຍີ່ປຸ່ນເປີດເຜີຍວ່າ: ລັດຖະບານຈະໃຊ້ມາດຕະການ ກະຕຸ້ນເສດຖະກິດຄັ້ງໃຫຍ່ທີ່ສຸດ ໂດຍມີມູນຄ່າ 108 ພັນຕື້ເຢນ ເພື່ອຊ່ວຍຄົວເຮືອນ ແລະທຸລະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19. ສຳລັບມູນຄ່າດັ່ງກ່າວທຽບເທົ່າປະມານ 20% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ) ຂອງຍີ່ປຸ່ນ, ມາດຕະການດັ່ງກ່າວລວມເຖິງການແຈກເງິນສົດທັງໝົດ 6 ພັນຕື້ເຢນ ໃຫ້ແກ່ຄອບຄົວ ແລະບໍລິສັດທີ່ໄດ້ຮັບຜົນກະທົບ ຈາກໂຄວິດ-19.

ນອກຈາກນີ້ຍີ່ປຸ່ນຮຽກຮ້ອງ ໃຫ້ປະຊາຊົນສະໜັບສະໜູນການ ປະກາດສະຖານະການສຸກເສີນ ເພື່ອຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຊຶ່ງ ຫຼ້າສຸດມີຜູ້ຕິດເຊື້ອແລ້ວ 3.900 ກວ່າຄົນ ແລະເສຍຊີວິດ 92 ຄົນ.

----

ໜັງສືພິມເສດຖະກິດ-ສັງຄົມ