ຈີນຊື້ຖົ່ວເຫຼືອງຫຼາຍກວ່າລ້ານໂຕນ ຈາກອາເມລິກາ

   ອາທິດທີ່ຜ່ານມາ ກຸ່ມບໍລິສັດ ຄອບໂກ ລັດວິສາຫະກິດ ສປ ຈີນ ສັ່ງຊື້ໝາກຖົ່ວເຫຼືອງຫຼາຍກວ່າລ້ານໂຕນຈາກອາເມລິກາ ຊຶ່ງການຊື້ໝາກຖົ່ວເຫຼືອງຫຼວງຫຼາຍນີ້ເປັນສ່ວນໜຶ່ງຂອງການບັນລຸຂໍ້ຕົກລົງທາງການຄ້າລະຫວ່າງຈີນກັບອາເມລິກາ.

ຕາມຂ່າວຕ່າງປະເທດລາຍງານວ່າ ໝາກຖົ່ວເຫຼືງຖືວ່າເປັນຜົນຜະລິດທາງກະສິກຳທີ່ເປັນສາຍເຫດຕົ້ນຕໍຄວາມເຄັ່ງຕຶງທາງການຄ້າລະຫວ່າງ 2 ປະເທດມະຫາອຳນາດ ໂດຍປີ 2018 ຈີນ ຊຶ່ງເປັນປະເທດຜູ້ນໍາເຂົ້າໝາກຖົ່ວເຫຼືອງອັນດັບໜຶ່ງຂອງໂລກຫຼຸດປະລິມານການສັ່ງຊື້ຈາກອາເມລິກາສົ່ງຜົນເຮັດໃຫ້ລາຄາໝາກຖົ່ວເຫຼືອງຕົກຕໍ່າ  ແລະຊາວກະສິກອນ ອາເມລິກາພົບກັບຄວາມຫຍຸ້ງຍາກລໍາບາກໃນການຂາຍຜົນຜະລິດຊຶ່ງການນໍາເຂົ້າໝາກຖົ່ວເຫຼືອງຖືກ ໂຈະໃນເດືອນກໍລະກົດປີ 2018 ຫຼັງຈາກລັດຖະບານຈີນຂຶ້ນພາສີໝາກຖົ່ວເຫຼືອງ ແລະສິນຄ້າອື່ນໆ ເປັນ 25% ຊຶ່ງເປັນການໃຊ້ນະໂຍບາຍພາສີໂຕ້ຕອບການຂຶ້ນພາສີໃນແບບດຽວກັນທີ່ອາເມລິກາໃຊ້,  ສົງຄາມການຄ້າທີ່ໂຕ້ຕອບກັນໄປມາຄັ້ງນີ້ສົ່ງຜົນໃຫ້ການສົ່ງອອກໝາກຖົ່ວເຫຼືອງຕົກຕໍ່າສຸດນັບຕັ້ງແຕ່ປີ 2008 ໂດຍຫຼຸດລົງມາຢູ່ 16,6 ລ້ານໂຕນ  ຢ່າງໃດກໍຕາມຫຼັງຈາກອາເມລິກາ ແລະຈີນບັນລຸຂໍ້ຕົກລົງຢຸດຄວາມຂັດແຍ້ງເປັນເວລາ 90 ວັນສົ່ງຜົນໃຫ້ຈີນກັບມາສັ່ງຊື້ໝາກຖົ່ວເຫຼືອງອີກເທື່ອໜຶ່ງ, ໂດຍກ່ອນໜ້ານີ້ຈີນສັນຍາວ່າ ຈະຊື້ຖົ່ວເຫຼືອງຈາກອາເມລິກາ 5 ລ້ານໂຕນ.

ທ່ານ ຊຽວຜິງຈາງ ຜູ້ອຳນວຍການພາກພື້ນຄະນະກຳມະການສົ່ງອອກໝາກຖົ່ວເຫຼືອງອາເມລິກາ ກ່າວວ່າ ຄຳສັ່ງຊື້ໝາກຖົ່ວເຫຼືອງໃດໆກໍຕາມກໍນັບວ່າເປັນຂ່າວດີກັບອາເມລິກາທັງໝົດ, ການຄ້າຖົ່ວເຫຼືອງກັບຈີນເປັນຄວາມຫວັງຂອງຜົນໃນການແກ້ໄຂບັນຫາການຄ້າ ແລະຈະສາມາດຂະຫຍາຍຕົວໄດ້ ໃນອະນາຄົດໃນພື້ນຖານຄວາມຮ່ວມມືທີ່ມີມາຕັ້ງແຕ່ປີ 1982.