ຮອງເຈົ້າແຂວງໄຊຍະບູລີ ຕິດຕາມການເຝົ້າລະວັງ ພະຍາດໂຄວິດ 19 ຢູ່ເມືອງຫົງສາ

 ເພື່ອເປັນການປ້ອງກັນການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ບໍ່ໃຫ້ມີການແຜ່ລະບາດຢູ່ເມືອງຫົງສາທາຄະນະສະເພາະກິດຂອງເມືອງ ແລະກຳລັງ ປກສ ເມືອງກໍ່ໄດ້ລົງຕິດຕາມກວດກາຄົນເຂົ້າ-ຄົນອອກ,ເພື່ອຮັກສາຄວາມສະຫົງບແລະຄວາມປອດໄພຕະຫຼອດ 24 ຊົ່ວໂມງ, ຊຶ່ງໄດ້ຮັບເອົາບຸກຄົນຜູ້ທີ່ກັບມາຈາກການໄປອອກແຮງງານ ແລະ ຜູ້ທີ່ເດີນທາງມາຈາກຕ່າງປະເທດທີ່ມີຄວາມສ່ຽງມາກັກບໍລິເວນຊົ່ວຄາວເປັນໄລຍະ 14 ວັນເພື່ອຕິດຕາມອາການ ແລະເມື່ອຄົບກໍານົດພາຍໃນ 14 ວັນ ໂດຍບໍ່ສະແດງການຢ່າງໃດ ຊຶ່ງງກັບຄືນສູ່ຄອບຄົວຂອງຕົນ.

ດັ່ງນັ້ນໃນວັນທີ 4 ເມສາ 2020 ທ່ານ ຍັນຍົງ ສີປະເສີດ ຮອງເລຂາ ພັກແຂວງຮອງເຈົ້າແຂວງໄຊຍະບູລີ, ພ້ອມດ້ວຍທ່ານ ດຣ ພູວາ ໂພທິລັກ ຮອງອຳນວຍການໂຮງໝໍແຂວງໄຊຍະບູລີໄດ້ລົງສືບຕໍ່ຕິດຕາມກວດກາກ່ຽວກັບການປ້ອງກັນເຝົ້າລະວັງ ແລະການຕອບ ໂຕ້ພະຍາດໂຄວິດ 19 ຢູ່ເມືອງ ຫົງສາ,ໂດຍມີທ່ານ ຄໍາຫຼ້າ ຜິວວັນ ນາ ເລຂາພັກເມືອງເຈົ້າເມືອງຫົງສາ, ມີຄະນະຮັບຜິດຊອບສະເພາະກິດຂອງເມືອງ ແລະພະນັກງານ ປະຈຳຢູ່ແຕ່ລະສູນຂອງເມືອງເຂົ້າ ຮ່ວມ.

  ຊຶ່ງປະກອບມີ 4 ສູນຄື:ສູນໂຮງຮຽນປະຖົມສົມບູນເມືອງຫົງສາ,ໂຮງຮຽນປະຖົມສົມບູນບ້ານ ເມືອງຫານ, ໂຮງຮຽນ ມສ ນາປຸ່ງ ແລະໂຮງຮຽນ ມສ ພູແລ້ງ ປະຈຸບັນມີຜູ້ເຂົ້າກັກຕົວທັງໝົດ 111 ຄົນ, ຍິງ 49 ຄົນ, ສ່ວນບຸກຄົນທີ່ໄດ້ຜ່ານການກັກຕົວໃນໄລຍະຜ່ານມາຄົບຈຳນວນ 14 ວັນ ແຕ່ບໍ່ສະແດງອາການທາງຄະນະສະເພາະກິດຂັ້ນເມືອງໄດ້ອອກໃບຢັ້ງຢືນໃຫ້ກັບຄືນສູ່ຄອບຄົວແລ້ວຈຳນວນ 17 ຄົນ, ຍິງ 8 ຄົນ, ບຸກຄົນທີ່ມີຄວາມສ່ຽງຕິດຕາມນອກ ສູນຢູ່ບ້ານເຮືອນ, ມີ 10 ຄົນ, ຍິງ 5 ຄົນ.

  ການລົງຕິດຕາມກວດກາກຽ່ວກັບການປ້ອງກັນເຝົ້າລະວັງ ແລະ ການຕອບໂຕ້ພະຍາດໂຄວິດ 19 ຢູ່ເມືອງຫົງສາໃນຄັ້ງນີ້, ທ່ານ ຍັນ ຍົງ ສີປະເສີດ ພ້ອມດ້ວຍຄະນະ,ໄດ້ລົງຕິດຕາມກວດກາຕົວຈິງຢູ່ ແຕ່ລະສູນ ແລະໂຮງໝໍຊຸມຊົນເມືອງ ຫົງສາ ໃນໂອກາດນີ້ທ່ານກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜູ້ທີ່ກັບມາຈາກການໄປອອກແຮງງານ ແລະຜູ້ທີ່ເດີນທາງມາຈາກຕ່າງປະເທດໃຫ້ຄວາມຮ່ວມມືຕໍ່ຄະນະສະເພາະກິດ ແລະທ່ານຍັງໃຫ້ທິດຊີ້ນໍາຕໍ່ຄະນະຮັບຜິດຊອບທີ່ຖືກແຕ່ງຕັ້ງຈົ່ງພ້ອມເອົາໃຈໃສ່ຈັດຕັ້ງປະຕິບັດຕາມຂັ້ນເທິງມອບໝາຍ, ໃຫ້ພະນັກງານ ແພດໝໍລົງຕິດຕາມຢ່າງໃກ້ສິດ,ປະຕິບັດຕາມຂັ້ນຕອນຂອງພະນັກ ງານແພດໝໍເຊັ່ນໝັ່ນລ້າງມືດ້ວຍ ສະບູ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ, ຫຼີກລ່ຽງການສໍາຜັດຕາ, ດັງ, ປາກ ແລະຂັ້ນຕອນອື່ນໆ ພ້ອມທັງວັດແທກອຸນຫະພູມຢ່າງໜ້ອຍສອງຄັ້ງຕໍ່ມື້,ຖ້າຜູ້ໃດມີໄຂ້ສູງກວ່າ 37,5 ອົງສາໃຫ້ລາຍງານຄະນະຮັບຜິດຊອບຂັ້ນເມືອງ ຫຼື ພາກສ່ວນທີ່ກ່ຽວຂ້ອງໃຫ້ທ່ວງທັນກັບເວລາ, ສ່ວນປະຊາຊົນທີ່ກັບມາແຕ່ຕ່າງປະເທດກໍ່ຕ້ອງໃຫ້ເຂົ້າສູນກັກຕົວເພື່ອເປັນການຕິດຕາມເຝົ້າລະວັງປ້ອງກັນພະຍາດອັກ ເສບປອດສາຍພັນໃໝ່ ຫຼື ໂຄວິດ 19 ບໍ່ໃຫ້ມີການແຜ່ລະບາດຢູ່ເມືອງ ຫົງສາ, ສະນັ້ນພວກເຮົາທຸກຄົນຄວນເປັນເຈົ້າການພ້ອມກັນປະຕິບັດຕາມຂັ້ນຕອນຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມ ງວດ, ເພື່ອເຮັດໃຫ້ວິກິດການໃນ ຄັ້ງນີ້ຜ່ານພົ້ນໄປດ້ວຍດີ.

------

ໂດຍ: ບຸນປອນ