ລັດປັບປຸງຄວາມສະດວດໃນການດຳເນີນທຸລະກິດ ແລະການລົງທຶນ

   ລັດຖະບານໄດ້ເອົາໃຈໃສ່ ແລະໃຫ້ຄວາມສໍາຄັນຕໍ່ການປັບປຸງບັນຍາກາດໃນການລົງທຶນໂດຍໄດ້ມີການປັບປຸງບັນດາລະບຽບການ ແລະກົນໄກໃນການປະ ສານງານການດໍາເນີນທຸລະກິດຢູ່ ສປປ ລາວ ຊຶ່ງບັນດາຄາດໝາຍຕົວຊີ້ວັດແມ່ນສຸມໃສ່ປັບປຸງບັນຍາກາດໃນການດໍາເນີນທຸລະກິດຢູ່ພາຍໃນປະເທດໃຫ້ດີຂຶ້ນແນໃສ່ ສູ້ຊົນເຮັດໃຫ້ການຈັດການຈັດອັນດັບ ສປປ ລາວ ໃນຂົງເຂດນີ້ ໃຫ້ຫຍັບຂຶ້ນໄປເປັນ 2 ຕົວເລກໃຫ້ໄດ້ໃນປີ 2020ຊຶ່ງໃນທ້າຍ ເດືອນມັງກອນຜ່ານມາ ກະຊວງ ແຜນການ ແລະການລົງທຶນຮ່ວມ ກັບແຂວງສະຫວັນນະເຂດ ໄດ້ ຈັດກອງປະຊຸມປັບປຸງຄວາມສະ ດວກໃນການດໍາເນີນທຸລະກິດ ແລະການລົງທຶນຂຶ້ນ ຊຶ່ງມີການ ນໍາ ແລະພາກສ່ວນກ່ຽວຂ້ອງ ຈາກແຂວງສະຫວັນນະເຂດ, ຄໍາ ມ່ວນ ແລະແຂວງບໍລິຄໍາໄຊເຂົ້້າ ຮ່ວມ. ໂດຍການເປັນປະທານຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນ ຕີກະຊວງແຜນການ ແລະການລົງ ທຶນ ແລະທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆສະຫວັນນະເຂດ.

  ກອງປະຊຸມນີ້ຄັ້ງນີ້ ແມ່ນເປັນການເຜີຍແຜ່ເອກະສານທີ່ເປັນນິ ຕິກໍາລຸ່ມກົດໝາຍ ທີ່ລັດຖະບານ ຮັບຮອງເອົາເປັນທາງການແລ້ວ ເປັນຕົ້ນກໍ່ແມ່ນດໍາລັດຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການ ຮັບຮອງເອົາບັນຊີກິດຈະການ ຄວບຄຸມ ແລະກິດຈະການສໍາປະ ທານຂອງ ສປປ ລາວ, ຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີວ່າ ດ້ວຍການປັບປຸງລະບຽບການ ແລະກົນໄກປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ, ຂໍ້ຕົກລົງຂອງຄະນະກໍາມະການ ສົ່ງເສີມ ແລະຄຸ້ມຄອງການລົງ ທຶນຂັ້ນສູນກາງ ວ່າດ້ວຍການຈັດ ຕັ້ງ ແລະການເຄື່ອນໄຫວຂອງຫ້ອງ ການບໍລິການການລົງທຶນປະຕູ ດຽວ ແລະໜ່ວຍງານປະສານງານ ບໍລິການການລົງທຶນປະຕູດຽວຂັ້ນ ສູນກາງ ແລະບົດແນະນໍາວ່າດ້ວຍ ການໃຫ້ນະໂຍບາຍສົ່ງເສີມການ ລົງທຶນດ້ານພາສີ, ອາກອນ ແລະ ອາກອນມູນຄ່າ ເພີ່ມສໍາລັບແຜນ ນໍາເຂົ້າຂອງວິສາຫະກິດ.

  ຊຶ່ງໃນປີ 2019 ນີ້, ໃນບົດ ລາຍງານຄວາມສະດວກໃນການ ດໍາເນີນທຸລະກິດຂອງ ສປປ ລາວ ແມ່ນຍັງບໍ່ທັນເອື້ອອໍານວຍພໍເທົ່າໃດ ແລະຍັງໄດ້ຖືກຈັດຢູ່ ໃນອັນດັບ ທີ 154 ໃນ 190 ປະເທດ ແລະຂົງ ເຂດເສດຖະກິດຫຼຸດລົງ 13 ອັນ ດັບ ເມື່ອທຽບກັບປີທີ່ຜ່ານມາ (ອັນດັບ 141 ປີ 2018) ອັນ ໄດ້ເຮັດໃຫ້ລັດຖະບານມີຄວາມ ກັງວົນຫຼາຍ ຊຶ່ງອັນດັບດັ່ງກ່າວ ອາດມີຜົນກະທົບຕໍ່ການດຶງດູດ ການລົງທຶນພາຍໃນແລະຕ່າງປະ ເທດ ກໍ່ຄືການພັດທະນາເສດ ຖະກິດ-ສັງຄົມຂອງປະເທດເຮົາ.

  ທ່ານ ສຸພັນ ແກ້ວມີໄຊ ກ່າວ ວ່າ: ກະຊວງແຜນການ ແລະການ ລົງທຶນໄດ້ໄປລາຍງານຄວາມຄືບ ໜ້າໃນການປັບປຸງ 10 ຕົວຊີ້ ວັດໃນກອງປະຊຸມລັດ ຖະບານໃນ ຫວ່າງແລ້ວນີ້ ເພື່ອສຸມໃສ່ປັບປຸງ ບັນຍາກາດໃນການດໍາເນີນທຸລະ ກິດຢູ່ພາຍໃນປະເທດໃຫ້ດີຂຶ້ນ ໂດຍແນໃສ່ໃຫ້ອັນດັບຄວາມສະ ດວກໃນການດໍາເນີນທຸລະກິດໄດ້ອັນດັບທີທີ່ເປັນສອງຕົວເລກໃນປີ 2020 ພ້ອມນີ້ກໍ່ດຶງເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະສ້າງຂີດຄວາມສາມາດໃນ ການແຂ່ງຂັນຂອງທຸລະກິດພາຍ ໃນໃຫ້ສູງຂຶ້ນ.