ເລດີ້ ກາກ້າ ຈັດຄອນເສີດລະດົມທຶນສູ້ໂຄວິດ

  ອາເມລິກາເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເຮັດໃຫ້ປະຊົນ ແລະບຸກຄະລາກອນທາງການແພດໄດ້ຮັບຄວາມເດືອດຮ້ອນຫຼາຍມີບັນດາ ຄົນດັງຫຼາຍຄົນຮ່ວມບໍລິຈາກເງິນ ຊ່ວຍວິກິດນີ້ຕໍ່ເນື່ອງຫຼ້າສຸດນັັກ ຮ້ອງສາວ ເລດີ້ ກາກ້າ ກໍເປັນອີກໜຶ່ງຄົນບັນເທີງທີ່ອອກມາປະກາດໃຫ້ຄວາມຊ່ວຍເຫຼືອ.

  ເລດີ້ ກາກ້າ ໄດ້ໃຊ້ເວລາໃນໄລຍະຄ້າຍວັນເກີດ ອາຍຸ 34 ປີ ໃນວັນທີ 28 ມີນາ ທີ່ຜ່ານມາປະສານງານກັບອົງການອະນາໄມ ໂລກເພື່ອຮ່ວມກັນຈັດຄອນເສີດ ການກຸສົນລະດົມເງິນ 35 ລ້ານ ໂດລາສະຫະລັດ ເພື່ອນໍາໄປສະໜັບສະໜູນການຈັດຫາອຸປະກອນ ທາງການແພດທັງຊຸດ PPE ເຄື່ອງກວດຫາເຊື້ອໄວຣັດ ແລະອຸປະກອນ ອື່ນໆລວມທັງຊ່ວຍເຫຼືອປະຊາຊົນທີ່ຂາດແຄນ, ຊຶ່ງຄອນເສີດນີ້ມີຊື່ວ່າ One world:TogetheratHom ຊຶ່ງເປັນການບອກເລົ່າປະສົບການຈິງຂອງແພດ, ພະຍາບານ ແລະຄອບຄົວທົ່ວໂລກ ເລດີ້ ກາກ້າ ແລະທີມງານໄດ້ຕິດຕໍ່ສີລະປິນ ແລະດາລາໃຫ້ມາເປັນສ່ວນໜຶ່ງຂອງລາຍການ, ຊຶ່ງຈະມີການຖ່າຍທອດສົດຜ່ານເຟຊບຸກ, ຢູທູບ ແລະ ອິນສະຕາແກມໃນເວລາ 7 ໂມງ ເຊົ້າຂອງວັນທີ 19 ເມສາຕ (ຕາມ ເວລາຂອງບ້ານເຮົາ).

------

ຮຽບຮຽງໂດຍ: ແກ້ວ