ໝາກເດື່ອປ່ອງ ເປັນຢາແກ້ອາການປວດກະເພາະໄດ້

  ໝາກເດື່ອອ່ອນນໍາມາຮັບປະທານໄດ້ແຕ່ບໍ່ເປັນທີ່ນິຍົມເນື່ອງຈາກມີແມງໄມ້ອາໄສຢູ່ໃນໝາກ,ໃບອ່ອນໃຊ້ຮັບປະທານຮ່ວມກັບແຈ່ວໝາກເຜັດ, ລາບສ່ວນຊໍ່ດອກ ແລະໝາກອ່ອນເປັນຜັກສົດ ຫຼື ຕົ້ມກິນກັບປົ່ນ ຫຼື ອາດຈະນຳມາປຸງອາຫານຈຳພວກແກງສົ້ມໄດ້, ໝາກເດື່ອປ່ອງມີລົດຂົມເປັນຢາເຢັນ ມີສັບພະຄຸນຊ່ວຍຮັກສາໂລກໂລຫິດຈາງ, ເປັນຢາແກ້ໄຂ້ມາເລເຣຍ ແລະແກ້ອາການປວດກະເພາະ.

  ຮາກ ແລະເປືອກລຳຕົ້ນນຳມາຕຳໃຊ້ເປັນຢາທາ ແກ້ຝີ, ແກ້ຜື່ນຄັນຕາມຜິວໜັງ ຫຼື ໃຊ້ກິນເປັນຢາແກ້ປະດົງ ຫຼື ຈະໃຊ້ແກ່ນນຳມາປົນກັບນໍ້າປູນໃສທາ ແກ້ຝີໄດ້ດີ, ນອກນັ້ນໝາກເດື່ອອ່ອນຍັງຮັບປະທານໄດ້ແຕ່ບໍ່ເປັນທີ່ນິຍົມເນື່ອງຈາກມີແມງໄມ້ອາໄສຢູ່ໃນ ໝາກ, ໃບອ່ອນໃຊ້ຮັບປະທານຮ່ວມກັບແຈ່ວໝາກ ເຜັດ, ລາບສ່ວນຊໍ່ດອກ ແລະໝາກອ່ອນເປັນຜັກສົດ ຫຼື ຕົ້ມກິນກັບປົ່ນ ຫຼື ອາດຈະນຳມາປຸງອາຫານຈຳພວກແກງສົ້ມໄດ້.

-----

ຮຽບຮຽງໂດຍ: ຟ້າ