ແມ່ໆຄວນຮູ້ວິທີເລືອກເຕົ້ານົມໃຫ້ລູກ

        ການເລືອກເຕົ້ານົມສຳລັບ ລູກນ້ອຍຄວນພິຈາລະນາຈາກວັດ ສະດຸທີ່ນຳມາຜະລິດ, ຊຶ່ງກໍມີຫຼາກ ຫຼາຍແບບໃຫ້ເລືອກ.

  1. ເຕົ້ານົມຢາງ: ເປັນສິ່ງທີ່ ໄດ້ຮັບຄວາມນິຍົມເນື່ອງຈາກມີ ນໍ້າໜັກເບົາ, ຕົກບໍ່ແຕກ, ຫາຊື້ ໄດ້ງ່າຍ ຊຶ່ງເຕົ້ານົມຢາງແຕ່ລະຊະນິດຈະມີຄຸນນະພາບແຕກຕ່າງກັນ ເປັນຕົ້ນ ເຕົ້ານົມ PP ຜະລິດຈາກ ວັດສະດຸ Polypropylene, ຜະລິດຈາກຢາງທີ່ມີຄຸນນະພາບສູງ, ມີສີຂາວໃສ  ແລະຂາວຂຸ່ນ, ທົນກັບ ອຸນຫະພູມໄດ້ 20-110 ອົງສາ, ສາມາດໃຊ້ໄດ້ 6 ເດືອນ, ຖ້າຫາກ ຕົ້ມ ຫຼື ໜຶ້ງຫຼາຍອາດຫຼຸດລົງມາເຫຼືອ 3 ເດືອນ,  ເຕົ້ານົມ  PES  ຜະລິດຈາກ  Polyethersulfone, ສີຂອງຢາງເປັນສີນໍ້າເຜິ້ງ, ທົນກັບ ອຸນຫະພູມ-50-180 ອົງສາ, ສາ ມາດໃຊ້ໄດ້ 6 ເດືອນເຖິງ 1 ປີຂຶ້ນກັບການຮັກສາ ແລະຄວາມຖີ່ຂອງການຕົ້ມ ຫຼື ໜຶ້ງຂ້າເຊື້ອ ແລະເຕົ້ານົມ PPSU ຜະລິດຈາກ Poly phenylsufone, ສີຂອງເຕົ້າເປັນ ສີນໍ້າຕານອ່ອນ, ທົນກັບອຸນຫະພູມ -50 -180 ອົງສາ, ສາມາດໃຊ້ໄດ້ 2 ເດືອນເຖິງ 2 ປີຂຶ້ນກັບການຮັກ ສາ ແລະຄວາມຖີ່ຂອງການຕົ້ມ ຫຼື ໜຶ້ງຂ້າເຊື້ອ.
  2. ເຕົ້ານົມແກ້ວ: ຫຼຸດຄວາມ ສ່ຽງຈາກສານ BPA (ເປັນສີ ຂາວຂຸ້ນຕິດຢູ່ທາງໃນຂອງເຕົ້ານົມ, ອາດປົນເປື້ອນກັບນໍ້ານົມຖ້າສະສົມເປັນເວລາດົນຈະສົ່ງຜົນກະທົບຕໍ່ສະໝອງ), ເມື່ອຖືກຄວາມ ຮ້ອນຈະເກີດຮອຍຂີດໄດ້ໜ້ອຍ ກວ່າເຕົ້ານົມຢາງ, ສາມາດໃຊ້ໄດ້ບໍ່ຈຳກັດຈົນກວ່າຈະແຕກ ຫຼື  ມີຮອຍຂີດໃນເຕົ້າຫຼາຍເກີນໄປ, ແຕ່ມີຂໍ້ ເສຍຄື: ມີນໍ້າໜັກຫຼາຍ, ແຕກໄດ້ ງ່າຍ, ລາຄາແພງ ແລະມີຊະນິດ ໃຫ້ເລືອກໜ້ອຍ.
  3. ---------   ຮຽບຮຽງໂດຍ: ຟ້າ