ຮ້ານຈໍາໜ່າຍວັດສະດຸກໍ່ສ້າງຢືນຢັນກໍາລັງຊື້ ປີ 2020 ນີ້ຫຼຸດລົງ 60%

 ຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍໆປະເທດໃນທົ່ວໂລກໄດ້ຮັບຜົນກະທົບຢ່າງໜັກໜ່ວງ ລວມເຖິງບັນດາຫົວໜ່ວຍເສດຖະກິດຕ່າງໆ ບໍ່ວ່າເສດຖະກິດຂະໜາດນ້ອຍ, ກາງ ແລະ ອຸດສາຫະກໍາຂະໜາດໃຫຍ່ ທີ່ໄດ້ຮັບຜົນກະທົບເປັນວົງກວ້າງ ລວມເຖິງເສດຖະກິດຄອບຄົວນັບມື້ນັບຂາດເຂີຍ.

    ທ່ານ ທະນູສັກ ລັດດາວັນ ນັກທຸລະກິດໜຸ່ມ ຈໍາໜ່າຍວັດສະດຸກໍ່ສ້າງທົ່ວໄປ ທີ່ນະຄອນ ຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ສັງຄົມ ພວກເຮົາຜ່ານທາງໂທລະສັບ ໃນວັນທີ 3 ເມສາ ນີ້ວ່າ: ນັບແຕ່ເຮັດທຸລະກິດຂາຍເຄື່ອງກໍ່ສ້າງທົ່ວໄປ ມາກໍໄດ້ຫຼາຍປີ ແຕ່ບໍ່ເຄີຍພົບເຫັນສະພາບວິກິດຮ້າຍແຮງຄືປີ 2020 ນີ້, ເມື່ອທຽບໃສ່ຫຼາຍປີຜ່ານ ມາ. ສໍາລັບປີນີ້ນັບແຕ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ທ້າຍປີ 2019 ທີ່ປະເທດຈີນ ແລະ ສຶບຕໍ່ຂະຫຍາຍອອກເປັນວົງກວ້າງໄປທົ່ວໂລກ ລວມເຖິງປະເທດລາວກໍໄດ້ຮັບຜົນກະທົບເຊັ່ນກັນມາຮອດປັດຈຸບັນມີຜູ້ຕິດເຊື້ອໄປແລ້ວ 10 ຄົນ,ໃນນັ້ນຢູ່ແຂວງຫຼວງພະບາງ ມີ 3 ຄົນ,ຈາກສະພາບການອັນນີ້ຈິ່ງເຮັດໃຫ້ຂັ້ນເທິງໄດ້ອອກແຈ້ງການເພື່ອສະກັດກັ້ນບັນຫາການລະບາດຂອງເຊື້ອພະຍາດນີ້ແຕ່ຕົ້ນລົມ ໂດຍສັ່ງໃຫ້ປິດໂຮງຮຽນທຸກລະດັບ,ສະຖານທີ່ບັນເທິງ,ດ່ານຄົນເຂົ້າອອກເມືອງ, ສາຍການບິນລະຫວ່າງປະເທດ ແລະ ໂຮງແຮມ-ລີສອດ, ເຮືອນພັກ,ຮ້ານອາຫານ ແລະ ກິດຈະການກໍ່ສ້າງຢູ່ໃນທົ່ວປະເທດ ແມ່ນປິດລົງແບບໂອໂຕ ເກືອບບໍ່ມີການເຄື່ອນໄຫວ ໂດຍສະເພາະແມ່ນຢູ່ແຂວງຫຼວງພະບາງ, ປັດຈຸບັນກໍາລັງຊື້ເຄື່ອງວັດສະດຸກໍ່ສ້າງຂອງລູກຄ້າຫຼຸດແມ່ນຫຼຸດລົງເຖິງ 60% ເມື່ອທຽບໃສ່ປີຜ່ານມາຂອງເດືອນດຽວກັນ

    ທ່ານກ່າວຕື່ມວ່າ ສໍາລັບເຄື່ອງວັດສະດຸກໍ່ສ້າງທົ່ວໄປຂອງທາງຮ້ານ ສ່ວນໃຫຍ່ແມ່ນຈໍາໜ່າຍຂາຍຢູ່ພາຍໃນເທດສະບານ ນະຄອນຫຼວງພະບາງ ແລະ ລູກຄ້າຢູ່ບັນດາເມືອງອ້ອມຂ້າງ ຫຼັງຈາກທີ່ເກີດມີພະຍາດໂຄວິດ-19 ລະບາດ, ລູກຄ້າແມ່ນໄດ້ຍຸດການສັ່ງເຄື່ອງກໍ່ສ້າງນໍາທາງຮ້ານ ແລະເຊື່ອວ່າຍັງຈະນັບມື້ຫຼຸດລົງອີກ ຫາກການລະບາດພະຍາດໂຄວິດນີ້ຍັງມີທ່າອ່ຽງເພີ່ມຂື້ນ. 07 & photo 0099 /1-3/ File

------

ຂາວ: ສີສຸວັນ