ເມືອງສາມັກຄີໄຊ ເກັບລາຍຮັບລື່ນແຜນ 16ເປິເຊັນ

  ປີ 2018 ຜ່ານມາ ເມືອງສາ ມັກຄີໄຊ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸ 13,81 ຕື້ກີບ ເທົ່າ ກັບ 116% ໃນຂະນະຕົວເລກ ແຜນການປີທີ່ຕັ້ງໄວ້ແມ່ນ 11,93 ຕື້ກີບ, ສາເຫດທີ່ພາໃຫ້ການເກັບລາຍຮັບລື່ນແຜນການນັ້ນແມ່ນຍ້ອນມີການຊີ້ນໍາ, ນຳພາອັນຖືກຕ້ອງຂອງຄະນະພັກຂັ້ນຕ່າງໆບວກກັບຄວາມຕັດສິນໃຈອັນເດັດດ່ຽວຂອງພະນັກງານຫ້ອງການການເງິນທຸກທົ່ວໜ້າ, ໄດ້ຮັບການ ຮ່ວມມື ແລະປະສານສົມທົບອັນ ແໜ້ນແຟ້ນກັບບັນດາຂະແໜງການ ທີ່ກ່ຽວຂ້ອງ ແລະສິ່ງສຳຄັນແມ່ນ ຍ້ອນສະຕິການຕື່ນຕົວໃນການປະ ຕິບັດພັນທະຕໍ່ລັດຂອງຜູ້ດຳເນີນ ທຸລະກິດ, ປະຊາຊົນບັນດາເຜົ່າທີ່ ໄດ້ມອບພັນທະໃຫ້ລັດຖືກຕ້ອງ, ຄົບຖ້ວນ ແລະທັນກຳນົດເວລາ.

   ທ່ານ ພິທູນ ມະວົງສາ ຫົວໜ້າ ຫ້ອງການການເງິນເມືອງສາມັກ ຄີໄຊ ແຂວງອັດຕະປື ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນເມືອງສາມັກຄີໄຊ ໃນຄັ້ງວັນທີ 31 ມັງ ກອນ 2019 ນີ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ຫ້ອງການການເງິນເມືອງສາມັກ ຄີໄຊ ໄດ້ສູ້ຊົນຂຸດຄົ້ນບັນດາແຫຼ່ງ ລາຍຮັບເຂົ້າງົບປະມານ ເພື່ອຕອບ ສະໜອງໃຫ້ແກ່ການເບີກຈ່າຍງົບ ປະມານປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດໃຫ້ຖືກ ຕ້ອງຕາມລະບຽບຫຼັກການຕາມ ທິດສາມສ້າງ ຊຶ່ງສະແດງໃຫ້ເຫັນ ຜົນສຳເລັດພາກລາຍຮັບໃນປີ 2018 ປະຕິບັດໄດ້ 13,81 ຕື້ ກີບ, ທຽບໃສ່ແຜນການປີ ເທົ່າກັບ 116 %, ໃນນັ້ນ ລາຍຮັບລາຍຮັບ ຈາກສ່ວຍສາອາກອນປະຕິບັດໄດ້ 2,95 ຕື້ກີບ, ເທົ່າກັບ 115%, ພາສີ ທີ່ດິນປະຕິບັດໄດ້ 659 ລ້ານ ກວ່າກີບ, ເທົ່າກັບ 73%, ຊັບສິນ ຂອງລັດປະຕິບັດໄດ້ 266,63 ລ້ານກີບ, ເທົ່າກັບ 92%, ລາຍ ຮັບດຸ່ນດ່ຽງ 9,93 ຕື້ກີບ, ເທົ່າກັບ 122%, ສ່ວນດ້ານການຄຸ້ມຄອງ ລາຍຈ່າຍໃນ 1 ປີຜ່ານມາບັນລຸ 13,81 ຕື້ກີບ, ສະພາຮັບຮອງ 9,93 ຕື້ກີບ, ເບີກຈ່າຍເງິນເດືອນ ພະນັກງານ 5,83 ຕື້ກີບ, ເທົ່າກັບ 75%, ເງິນອຸດໜູນນະໂຍບາຍ ຕ່າງໆ 558,30 ລ້ານກີບ, ເທົ່າ ກັບ 93%, ເງິນບໍລິຫານລັດ 1 ຕື້ ກີບ ທຽບໃສ່ແຜນການປີເທົ່າກັບ 100%, ເງິນດັດສົມສົງເສີມ 450 ລ້ານກີບ ທຽບໃສ່ແຜນການປີ ເທົ່າກັບ 100% ແລະເງິນລົງທຶນ ຂອງ ລັດ 2 ຕື້ກວ່າກີບ, ທຽບໃສ່ ແຜນການປີ ເທົ່າກັບ 100%, ວິຊາການ 210 ລ້ານກີບ, ທຽບ ໃສ່ແຜນການປີ ເທົ່າກັບ 85% ແລະ ລາຍຈ່າຍເຄື່ອນຍ້າຍໃຫ້ແຂວງ 3,88 ຕື້ກີບ, ທຽບໃສ່ແຜນການ ເທົ່າກັບ 103%.

  ເຖິງແນວໃດກໍຕາມ ກໍຍັງມີ ບາງໜ້າວຽກທີ່ບໍ່ທັນສາມາດບັນ ລຸເປົ້າໝາຍທີ່ວາງໄວ້ ຊຶ່ງຈະຕ້ອງ ໄດ້ເອົາໃຈໃສ່ຕື່ມ ແລະອອກແຮງ ແກ້ໄຂໃນຕໍ່ໜ້າ. ໂດຍຈະຕ້ອງໄດ້ ວາງມາດຕະການໃນການຈັດຕັ້ງ ປະຕິບັດເພືອບັນລຸແຜນການຄື: ເພີ່ມທະວີການນໍາພາຂອງຄະນະ ພັກທຸກຂັ້ນ, ສະມາຊິກພັກທຸກສະ ຫາຍ, ພະນັກງານທຸກຄົນຍົກສູງ ຕໍ່ການຮັບຜິດຊອບການເກັບລາຍ ຮັບທີ່ແຂວງມອບໝາຍໃຫ້; ສືບ ຕໍ່ເຜີຍແຜ່ບັນດາກົດໝາຍ, ນິຕິກໍາ ຕ່າງໆ ໃຫ້ພະນັກງານລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ ແມ່ປະຊາຊົນຕື່ນຕົວເປັນເຈົ້າການ ປະຕິບັດພັນທະຂອງຕົນໃຫ້ຖືກ ຕ້ອງຄົບຖ້ວນ ແລະທັນເວລາ; ເພີ່ມ ທະວີຄວາມເຂັ້ມແຂງ ແລະຄວາມສັກສິດຕໍ່ວິໄນການເງິນງົບປະມານ    ໃນການກຳຈັດໃຊ້ຈ່າຍຕາມລຳ ພັງໃຈຕ້ານການຟຸມເຟືອຍທຸກຮູບ ແບບ; ປະຕິບັດນະໂຍບາຍການ ເງິນຢ່າງເປັນລະບົບຄົບຊຸດ ເພື່ອ ສຸມໃສ່ແກ້ໄຂຂໍ້ຫຍຸ້ງຍາກໃຫ້ແກ່ ການຜະລິດທຸລະກິດ.

  ພ້ອມກັນນັ້ນ ຕ້ອງລະດົມບັນ ດາແຫຼ່ງທຶນໃຫ້ແກ່ການລົງທຶນໃນ ການພັດທະນາໃຫ້ຫຼາຍຂຶ້ນ; ສືບ ຕໍ່ເກັບກູ້ໜີ້ສິນຄ້າງມອບອາກອນ ແລະຊັບສິນຂອງລັດນຳໃຊ້ມາດ ຕະການຢ່າງເຄັ່ງຄັດ ຕໍ່ຜູ້ທີ່ຝ່າຝືນ ລະບຽບກົດໝາຍ; ສົມທົບກັບ ຫ້ອງການຊັບສິນແຂວງ,  ຂະແໜງ ການທີ່ກ່ຽວຂ້ອງ, ປັບປຸງຖານ ລາຍຮັບຈາກການຂຸດຄົ້ນຊັບພະ ຍາກອນທຳມະຊາດດິນດຳ-ດິນ ແດງ, ຫີນ-ຊາຍ, ຫີນດານ ໃຫ້ສົມ ເຫດສົມຜົນຖືກຕ້ອງຕາມຄວາມ ເປັນຈິງ; ນໍາໃຊ້ໃບເກັບເງິນຖືບັນ ຊີຢ່າງຖືກຕ້ອງກ້າວໄປນໍາໃຊ້້ ເຄື່ອງເອເລັກໂຕຣນິກທີ່ທັນສະໄໝ ໃນບັນດາຫົວໜ່ວຍທຸລະກິດ ຕ່າງໆ; ຫັນບັນດາທຸລະກິດທີ່ມີ ເງື່ອນໄຂໃຫ້ມາຖືບັນຊີເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ນຳໃຊ້ໃບບິນ ແລະຫັນເປັນທັນສະໄໝ.