ໃຜໆກໍເຮັດໄດ້ ວິທີເຮັດເຈວລ້າງມືເອງງ່າຍໆ

  ການແຜ່ລະບາດຂອງພະຍາດໄຂ້ຫວັດໃຫ່ຍສາຍພັນໃໝ່ 2019 ຫຼື ໂຄວິດ 19 ທີ່ກຳລັງລະບາດຢູ່ທົ່ວໂລກໃນປະຈຸບັນ ສະນັ້ນ, ທຸກຄົນຕ້ອງໄດ້ປ້ອງກັນໂຕເອງໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນກົມອານາໄມ ກະຊວງສາທາລະນາສຸກ ລວມທັງອົງການອານາໄມໂລກ (WHO) ອອກມາໃຫ້ຄຳແນະນຳປະຊາຊົນວ່າ ການລ້າງມືທີ່ຖືກຕ້ອງຕາມຂັ້ນຕອນຈະຊ່ວຍຂ້າເຊື້ອໂຄວິດ 19 ໄດ້ ໃນຄໍລໍາສາລະໜ້າຮູ້ມື້ນີ້ ນຳເອົາວິທີເຮັດເຈວລ້າງມືເອງງ່າຍມາຝາກ.

ສ່ວນປະກອບ:

  1. ກວຍສຳລັບຕອງເຈວໃສ່ກະປຸກ
  2. ອຸປະກອນຕອງປະລິມານ
  3. ກະປຸກໃສ່ເຈວແບບຫົວປ້ຳ
  4. ສີນ້ຳຫອມ (ສຳລັບປະລິມານຂຶຶ້ນຢູ່ກັບຄວາມມັກຂອງແຕ່ລະຄົນ
  5. ແອວກໍຮໍ 95% ທີ່ເປັນໂຕຂ້າເຊື້ອໂລກ
  6. ນ້ຳກັ້ນ 120ລິດ ໂຕຊ່ວຍໃນການເຈືອຈາງແອວກໍຮໍ
  7. ຄາຣ໌ໂບພອລ 940 2 ກຣາມ ໂຕເຮັດໃຫ້ເກີດເນື້ອເຈວ
  8. ໂພລໄພຣີນໄກລຄອລ 20 ລິດ ໂຕຊ່ວຍຮັກສາຄວາມຊຸມຊື່ນໃຫເຜິວບໍ່ແຫ້ງ
  9. ໄຕຣເອທາໂນລາມິ່ນ ເຮັດໃຫ້ເປັນໜີດ ແລະຈັບໂຕ.

  ວິທີເຮັດ: ໃສ່ນ້ຳກັ່ນ 120 ມິນລີລິດ ລົງໃນຊາມ ຄ່ອຍໆໃສ່ຄາຣ໌ໂບພອລ 940 ຫຼື 2 ກຣາມ ໃສ່ລົງໄປເທື່ອລະນ້ອຍ ແລະ ຄົນຈົນລະລາຍບໍ່ເປັນກ້ອນ ແລ້ວເຕີມໂພລໄພຣີນໄກລຄອລ 20 ມິນລີລິດ ລົງໄປ ແລ້ວຄົນໃຫ້ເຂົ້າກັນ ຫຼັງຈາກນັ້ນເຕີມແອວກໍຮໍຂ້າເຊື້ອ 95% ຫຼື 440 ມິນລີລິດ ຄົນໃຫ້ເຂົ້າກັນ (ສຳຄົນທີ່ຍາກໃຫ້ມີສີ ຫຼື ກິ່ນຫອມໆ ກໍສາມາດເຕີມໄດ້ ຫຼັງຂັ້ນຕອນນີ້ເລີຍ) ແລະຢອດໄຕລເອທາໂນລາມິ່ນ ລົງໄປເທື່ອລະຢແດ ແລະຄົນໄວໆ ຈົນໄດ້ເນື້ອເຈວໜີດໃສ ແລ້ວນຳມາໃສ່ຂວດຫົວປ້ຳ.

--------

ຮຽບຮຽງໂດຍ: ຟ້າ