ສັບພະຄຸນທາງຢາຂອງ ຕົ້ນສົ້ມມໍ

 ໝາກສົ້ມມໍ ມີຣົດສົ້ມຝາດ ໝາກອ່ອນຈະມີລິດເປັນຢາລະບາຍ ແລະສະໝານລຳໄສ້, ໝາກແກ່ຈະມີລິດຝາດສະໝານອອກລິດຕໍ່ປອດ, ກະເພາະ ແລະ ລຳໄສ້. ໃຊ້ເປັນຢາສະໝານລຳໄສ້, ຫ້າມເລືອດທັງພາຍໃນ ແລະພາຍນອກ, ເປັນຢາລະລາຍຂີ້ກະເທີ່, ຂັບຂີ້ກະເທີ່, ເຮັດໃຫ້ປອດຊຸ່ມຊື່ນ, ແກ້ຫຼອດລົມອັກເສບ, ຄໍອັກເສບ, ສຽງແຫບ, ແກ້ໄອ, ລີ້ນໄກ່ອັກເສບ, ແກ້ລຳໄສ້ອັກເສບຊ້ຳເຮື້ອ, ແກ້ຖອກທ້ອງ, ພະຍາດທ້ອງມານ.

  ໂດຍນຳໝາກມາບົດລະອຽດໂຮຍໃສ່ບາດແຜແກ້ລົມຈຸກສຽດຊ່ວຍຈະເລີນອາຫານ, ເນື້ອຫຸ່ມແກ່ນແກ້ຖອກທ້ອງ, ທ້ອງບິດ, ຮັກສາພະຍາດກ່ຽວກັບນ້ຳດີ, ຕັບມ້າມໃຫຍ່. ເປືອກຕົ້ນຂັບປັດສະວະ, ບຳລຸງຫົວໃຈ, ຂັບນ້ຳເຫຼືອງເສຍ, ເປືອກຕົ້ນ ແລະແກ່ນ ແກ້ຖອກທ້ອງ.

-----

ຮຽບຮຽງໂດຍ: ຟ້າ