ແຮງງານທົ່ວໂລກ ໄດ້ຮັບຜົນກະທົບຈາກເຊື້ອໂຄວິດ-19

 ຕາມຂໍ້ມູນຈາກອົງການແຮງງານສາກົນ (ILO) ຂອງສຫະປະຊາຊາດ (UN) ເມື່ອບໍ່ດົນມານີ້ເປີດເຜີຍວ່າ: ປະຈຸບັນແຮງງານທົ່ວໂລກ 81% ກວມເອົາ 3.300 ລ້ານຄົນໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19 ເນື່ອງຈາກສະຖານະການເຮັດວຽກຖືກປິດ ຫຼືປິດພຽງບາງສ່ວນ.

 ຕາມຂ່າວຕ່າງປະເທດລາຍງານວ່າຂະນະທີ່ແຮງງານ 4 ໃນ 5 ຄົນທົ່ວໂລກໄດ້ຮັບຜົນກະທົບເນື່ອງຈາກນະໂຍບາຍເຂັ້ມງວດເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະ ຍາດນີ້ສົ່ງຜົນໃຫ້ບໍລິສັດຈຳນວນຫຼາຍຕ້ອງປິດໂຕລົງເຮັດໃຫ້ມີການຫຼຸດຈຳນວນພະນັກງານທັງແບບຖາວອນ ແລະຊົ່ວຄາວນອກຈາກນີ້ການແຜ່ລະບາດຂອງໂຄວິດ-19 ຍັງເຮັດໃຫ້ເວລາການເຮັດວຽກໃນໄລຍະໄຕມາດທີ 2ຂອງປີນີ້ຫຼຸດລົງ 6,7% ທຽບເທົ່າກັບແຮງງານທີ່ເຄີຍເຮັດວຽກເຕັມເວລາຕ້ອງສູນເສຍວຽກງານໄປປະມານ 195 ລ້ານຄົນ ໂດຍພາກພື້ນທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນຕາເວັນອອກກາງຊຶ່ງມີການຫຼຸດເວລາເຮັດວຽກປະມານ 8,1% ຫາກແບ່ງຕາມພາກພື້ນແຮງງານໃນອາຊີປາຊີຟິກທີ່ຖືກຫຼຸດເວລາເຮັດວຽກມີຫຼາຍທີ່ສຸດ 125 ລ້ານຄົນ, ທະວີບອາເມລິກາ 24 ລ້ານ ຄົນ, ອາຟຣິກາ 19 ລ້ານຄົນ, ເອີຣົບ 12 ລ້ານຄົນ, ອາຊີກາງ 8 ລ້ານຄົນ ແລະຕາເວັນອອກກາງ 5 ລ້ານຄົນ.

ສະໜັບສະໜູນໂດຍ: HONDA

 ໂດຍພາກອຸດສາຫະກຳຕ່າງໆ ຈະໄດ້ຮັບຜົນກະທົບທີ່ແຕກຕ່າງກັນໄປຈາກມາດຕະການເຂັ້ມງວດຊຶ່ງທຸລະກິດພາກບໍລິການໄດ້ຮັບຜົນກະທົບຫຼາຍທີ່ສຸດເນື່ອງຈາກການຫ້າມເດີນທາງ ແລະການອອກໄປສັງສັນຮອງລົງມາຄືພາກອຸດສາຫະກຳການຜະລິດ, ການຄ້າສົ່ງ ແລະຄ້າຍ່ອຍ, ອະສັງຫາລິມະຊັບ ແລະທຸລະກິດທົ່ວໄປ.